Top Ad

header ads

ມາເບິ່ງສະຖິຕິເຈີກັນ ສອງຍັກໃຫຍ່ວົງການບານໂລກ ຝຣັ່ງ vs ອູຣູໄກວ



ຂ່າວກິລາມື້ ນີ້ ແອັດມິນຈະພາມາເບິ່ງປະ ສະຖິຕິການເຈີກັນກັບ ອະດີດແຊ໊ມ ສອງສະໄໝ ອູຣູໄກວ ຈະພົບກັບ ຝຣັ່ງ ທີ່ເຄີຍລູບຂັນບານໂລກມາແລ້ວ ພຽງຄັ້ງດຽວໃນປີ 1998


ໃນການພົບກັບອູຣູໄກວ 8 ນັດຜ່ານມາ ຝຣັ່ງສາມາດເອົາຊະນະໄດ້ແຕ່ຄັ້ງດຽວ, ສະເໝີ 4 ຄັ້ງ ແລະ ເສຍ 3 ຄັ້ງ.
ອູຣູໄກວມີສະຖິຕິທີ່ບໍ່ເຄີຍເສຍໃຫ້ຝຣັ່ງຈັກເທື່ອໃນການພົບກັນໃນບານໂລກໃນໄລຍະຜ່ານມາ ເຊິ່ງອູຣູໄກວສາມາດເອົາຊະນະ 2-1 ໃນບານໂລກ 1966, ແລະ ສະເໝີ 0-0 ໃນບານໂລກ 2002 ແລະ 2010.



ຄູຝຶກ ຂອງຝຣັ່ງ ດີເທຍ ເດີຊ໊ອມ “Didier Deschamps” ໄດ້ພາທິມລົງຟາດແຂ່ງມາແລ້ວ 81 ນັດນັບຕັ້ງແຕ່ເດືອນ ສິງຫາ ປີ 2012 ເຊິ່ງໃນຄັ້ງນັ້ນເປັນການພົບກັບ ອູຣູໄກວ ເກມຈົບລົງດ້ວຍສະເໝີກັນ 0-0. 



ຢ່າງໃດກໍຕາມ ສື່ໃນວົງການເຕະບານ Futbolgrad ໄດ້ວິເຄາະຍົກໃຫ້ ຝຣັ່ງເປັນຕໍ່ໃນການແຂ່ງຂັນທີ່ຈະມີຂຶ້ນບໍ່ເທົ່າໃດຊົ່ວໂມງຂ້າງໜ້າ. 
Ad