Top Ad

header ads

ບ້ານໃໝ່, ບ້ານໜອງດາ ເມືອງສີໂຄດຕະບອງ ປະເຊີນນໍ້າຖ້ວມ 20/8/2018 (ມີຄລິບ)

ນະຄອນຫຼວງວຽງຈັນ: ຈາກສະພາບ ນໍ້າຂອງໄດ້ມີການເພີ່ມຂຶ້ນຂອງນໍ້າ ຢ່າງຕໍ່ເນື່ອງ ທາງຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການດ່ວນ 2 ວັນຕິດຕໍ່ກັນ ເພື່ອແຈ້ງເຕືອນ ໃຫ້ທຸກຄົນ ກຽມພ້ອມຮັບມືກັບໄພນໍ້າຖ້ວມ.
ໃນຄືນວັນທີ 19 ສິງຫາ 2018,​ທີ່ເຂດບ້ານໃໝ່ ແລະ ບ້ານໜອງດາ ເມືອງສີໂຄດຕະບອງນໍ້າກໍ່ໄດ້ໄຫຼເຂົ້າຖ້ວມຫຼາຍເຂດ, ປະຊາຊົນຕ້ອງໄດ້ຟ້າວ ຂົນເຄື່ອງໜີນໍ້າ ຕະພຶດຕະພື.
ທາງໜ່ວຍກູ້ໄພ ມູນນິທິຈີນ ກໍ່ໄດ້ ເຂົ້າຊ່ວຍເຫຼືອປະຊາຊົນ ໃນຕອນຄໍ່າປະມານ 21:00 ຂອງວັນທີ 19 ສິງຫາ 2018 ຕອນທີ່ນໍ້າ ກຳລັງໄຫຼຖ້ວມ.
ດັ່ງນັ້ນ, ຈິ່ງແຈ້ງໃຫ້ ພໍ່ແມ່ປະຊາຊົນ ທີ່ດຳລົງຊີວິດ ໃນເຂດແຄມນໍ້າຂອງ ແລະ ສາຂາແມ່ນໍ້າຂອງ ຈົ່ງໄດ້ລະມັດລະວັງ ແລະ ຍົກຍ້າຍ ສິ່ງຂອງສຳຄັນ ໄປໄວ້ບ່ອນສູງແລະປອດໄພ. ຂໍໃຫ້ຕິດຕາມ ການລາຍງານສະພາບນໍ້າ ແລະ ພະຍາກອນອາການເປັນປົກກະຕິ.
ຄລິບຕອນນໍ້າໄຫຼເຂົ້າຖ້ວມຕອນຄືນ ວັນທີ 19 ສິງຫາ 2018

ຄລິບ ແລະ ພາບສະພາບນໍ້າຖ້ວມ ຕອນເຊົ້າ ວັນທີ 20 ສິງຫາ 2018


Ad