Top Ad

header ads

ມະຫາວິທະຍາໄລແຫ່ງຊາດ(ມຊ)ມີຄວາມພ້ອມຮອບດ້ານສຳລັບການສອບເສັງໃນວັນທີ 25 ສິງຫາ 2018 ນີ້…


ທ່ານ ຄໍາຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສຳພາດວັນທີ 20 ສິງຫາ 2018 ທີ່ຜ່ານມາວ່າ ສະພາບການສອບເສັງຮັບເອົານັກສຶກສາ ສົກຮຽນ 2018-2019 ມຊ ໄດ້ມີການກະກຽມຄວາມພ້ອມຮອບດ້ານ ພາຍຫຼັງທີ່ໄດ້ຮັບອະນຸມັດມີຂໍ້ຕົກລົງຄະນະກຳມະການສອບເສັງລະດັບຊາດ ຈາກກະຊວງສຶກສາທິການ ແລະ ກິລາ ແລະ ອີງໃສ່ກອງປະຊຸມການສຶກສາຊັ້ນສູງທົ່ວປະເທດຈັດຂຶ້ນຢູ່ແຂວງຈຳປາສັກ ໃນເດືອນເມສາ 2018 ໄດ້ກຳນົດມື້ສອບເສັງຂອງແຕ່ລະຄະນະວິຊາສອບເສັງຕ່າງໆ.
ພາຍຫຼັງໄດ້ຮັບການແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ, ມຊ ກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບສອບເສັງລະດັບຊາດ ສະເພາະ ມຊ ໂດຍມີທ່ານອະທິການບໍດີເປັນປະທານ, ທ່ານຮອງອະທິການບໍດີຝ່າຍວິຊາການເປັນຜູ້ປະຈຳການ. ນອກນັ້ນ ກໍ່ມີຄະນະບໍດີ ຄະນະວິຊາຕ່າງໆ, ຫົວໜ້າຫ້ອງການ, ສະຖາບັນສາຂາຕ່າງໆເຂົ້າມາເປັນຄະນະກຳມະການ. ການກະກຽມສອບເສັງປີນີ້ ກໍ່ຈັດຄ້າຍກັບປີຜ່ານມາຄື: ມີສູນສອບ­ເສັງ 20 ຈຸດ ແລະ 1 ສູນສອບເສັງ.
ສຳລັບການສອບເສັງເຂົ້າຮຽນທີ່ ມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2018-2019 ນີ້ ແມ່ນຕ່າງຈາກປີທີ່ຜ່ານມາໂດຍນຳໃຊ້ການສະໝັກຜ່ານລະບົບອອນໄລນ໌ ເຊິ່ງໄດ້ເລີ່ມຕັ້ງແຕ່ວັນທີ 16 ກໍລະກົດ 2018 ຈົນເຖິງວັນທີ 22 ສິງຫາ 2018 ແລະ ໄດ້ກໍານົດໃຫ້ວັນທີ 25 ສິງຫາ 2018 ແມ່ນວັນສອບເສັງ.

ແຫລ່ງຂ່າວ: www.vientianemai.net
Ad