Top Ad

header ads

ແມ່ ຈັບພ້າປາດຄໍລູກສາວອາຍຸ 2 ປີ ເສຍຊີວິດ

ສົ້າສະຫຼົດໃຈໃຜຈະຄາດຄິດຜູ້ເປັນແມ່ອາຍຸ 37 ປີ ມີອາການຄ້າຍຄືປະສາດຫຼອນ ຈັບພ້າປາດຄໍລູກສາວຕົວເອງອາຍຸ 2 ປີ ເສຍຊີວິດຄາທີ່ໃນວັນທີ 14 ສິງຫາ 2018 ຢູ່ບ້ານຫ້ວຍຍາງ ເມືອງຂວາ ແຂວງຜົ້ງສາລີ. ເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ ຫາສາເຫດແຮງຈຸງໃຈກໍ່ເຫດຄາດຕະກຳໃນຄັ້ງນີ້.
ຮອ ບຸນທະວີ ຄຳແສງວົງ ຮອງຫົວໜ້າພະແນກຕຳຫຼວດກອງບັນຊາການ ປກສ ເມືອງຂວາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກການຈັດຕັ້ງບ້ານວ່າ: ແມ່ຂ້າລູກຕົນເອງ ຈາກນັ້ນຈຶ່ງລົງໄປປະສານສົມມົບກັບ ປກສ ບ້ານ ແລະການຈັດຕັ້ງບ້ານຊັນນະສູດສະຖານທີ່ເກີດເຫດ ພົບເຫັນເດັກນ້ອຍທີ່ເສຍຊີວິດຊື່ ນາງ ລາດດາ ອາຍຸ 2 ປີ ຖືກຂອງມີຄົມປາດເຂົ້າທີ່ບໍລິເວນຄໍ ຍາວປະມານ 10 ຊັງຕີແມັດ ກົກຂາເບື້ອງຂວາດ້ານໜ້າຖືກປາດເປັນແຜຍາວປະມານ 15 ຊັງຕີແມັດ. ເຊິ່ງຜູ້ກໍ່ເຫດແມ່ນນາງຄຳອາຍຸ 37 ປີ ເປັນແມ່ແທ້ໆຂອງຜູ້ເສຍຊີວິດເອງ. ເຈົ້າໜ້າທີ່ຈຶ່ງກັກຕົວໄວ້ ເພາະຜູ້ເປັນແມ່ມີອາການຄ້າຍຄືປະສາດຫຼອນ ຊຶມເສົ້າເວົ້າຈາວົນໄປວົນມາ ສ່ວນຜູ້ເປັນຜົວແມ່ນບໍ່ຢູ່ເຮືອນ ໄປນາ.
ຕາມການສອບຖາມປະຊາຊົນຜູ້ເຫັນເຫດການເລົ່າວ່າ: ນາງ ຄຳ ມີອາການບໍ່ສະບາຍຊຶທເສົ້າມາແຕ່ໃນວັນທີ 12 ສິງຫາ 2018. ຈົນຮອດມື້ເກີດເຫດ ນາງ ຄຳ ມີອາການລະເມີຮ້າຍແຮງຂື້ນຄ້າຍຄືຄົນປະສາດຫຼອນໂດຍເວົ້າວ່າ ຈະມີຄົນມາຂ້າລູກຕົນເອງ.
ຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ ປກສ ເມືອງຂວາຍັງບໍ່ທັນປັກໃຈເຊື່ອ ຈົນກວ່າ ນາງ ຄຳ ຈະມີສະຕິກັບຄືນມາຈະໄດ້ສອບສວນ ແລະຖ້າຜົນພິສູດອາການຈາກໂຮງໝໍກ່ອນ ວ່າແຮງຈູງໃນໃນການກໍ່ເຫດຄັ້ງນີ້ ມາຈາກໃສແທ້.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ
Ad