Top Ad

header ads

ສາວໂບປະກາດຂໍລາອອກ ພ້ອມຖອນທີມ! ຫຼັງ ສຕລ ລົງໂທດ 90 ວັນ ຂໍ້ຫາໄລສົດ ທາງເຂົ້າ ສຕລ ເປື້ອນ!


ໃນວັນທີ 25 ສິງຫາ 2018 ຜ່ານມາ ພາຍຫຼັງສາວໂບ ປະທານສະໂມສອນວຽງຈັນ ຢູໄນເຕັດເຮັດໄລສົດກ່ຽວກັບເສັ້ນທາງເຂົ້າຫາສະຫະພັນບານເຕະແຫ່ງຊາດລາວ(ສຕລ) ກໍ່ມີຜູ້ຕິດຕາມສາວໂບລວມທັງປະຊາຊົນທົ່ວໄປແຊຄຣິບດັ່ງກ່າວອອກຢ່າງແຜ່ຫຼາຍ ເຮັດໃຫ້ ສຕລ ຕ້ອງແຈ້ງລົງໂທດປະທານສາວເປັນເວລາ 90 ວັນ ບໍ່ໃຫ້ຫຍຸ້ງກ່ຽວກັບວົງການບານເຕະລາວໃນທຸກກິດຈະກຳ. ພາຍຫຼັງຮູ້ຂ່າວ, ທາງປະທານ ສະໂມສອນ ວຽງຈັນຢູ່ໄນເຕັດ ກໍ່ໂພສ ຂໍ້ຄວາມຜ່ານເຟສບຸກສ່ວນຕົວ ເນຶ້ອຫາໂດຍລວມແມ່ນຂໍລາອອກຈາກການເປັນປະທານ ແລະຈະບໍ່ຂໍຫຍຸ້ງກ່ຽວກັບກີລາບານເຕະອີກ.
ສາວໂບບອກວ່າ: ຂ້າພະເຈົ້າຮູ້ສຶກເສຍໃຈ ໃນຄວາມຮູ້ສຶກ ທີຄິດເຖິງການພັດທະນາບານເຕະລາວ ແຕ່ກໍ່ຂໍໂທດ ຖ້າວ່າມັນຜິດພາດໃນຄວາມເວົ້າ ເຮັດໃຫ້ມີຜົນເສຍຫາຍ ແກ່ ສຕລ .ແຕ່ຄວາມຈິ່ງຂ້າພະເຈົ້າຫັວງດີ ຕໍ່ວົງການບານເຕະລາວຂໍໂທດຈາກໃຈຈິ່ງ ແທ້ແທ້ ກໍ່ຢາກໃຫ້ທາງມັນດີ…
ປະທານສະໂມສອນວຽງຈັນຢູໄນເຕັດ ຍັງຂອບໃຈປະທານສະຫະພັນບານເຕະແຫ່ງຊາດລາວ ທີ່ເປັນຫ່ວງປະເທດຊາດ ແລະລະບຸຕື່ມວ່າ: ໂບຂໍອະນຸຍາດ ລາອອກຈາກການເປັນ ປະທານ ເພື່ອຮັບຜິດຊອບໃນການເຮັດໃຫ້ປະເທດເສື່ອມເສຍແລະຈະບໍ່ຂໍຫຍຸ້ງກ່ຽວກັບກີລາບານເຕະອີກ.
ຂະນະທີ່ຝ່າຍ ສຕລ ເອງໃນເວລາປະມານ 17:17 ວັນທີ 28 ສິງຫາ 2018 ເພຈທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກແຈ້ງການເລກທີ 687/ສຕລ ລົງວັນທີ 28 ສິງຫາ 2018 ເຖິງ ສະໂມສອນ ວຽງຈັນ ຢູ່ໄນເຕັດ ເລື່ອງການປະຕິບັດ ວິໄນ ຕໍ່ປະທານສະໂມສອນ ໂດຍມີເນື້ອໃນວ່າ
ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງ ສະໂມສອນວຽງຈັນ ຢູໄນເຕັດຊາບວ່າ ຄະນະປະຈໍາສະຫະພັນບານເຕະແຫ່ງຊາດລາວ ໄດ້ພິຈາລະນາ ແລະ ມີມະຕິເຫັນດີເປັນເອກະພາບ ໃນການປະຕິບັດວິໄນຕໍ່ທ່ານ ນາງ Phijika Boonkwang ສັນຊາດໄທ, ປະທານ ສະໂມສອນວຽງຈັນ ຢູໄນເຕັດ ໂດຍຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບທຸກໆກິດຈະກໍາບານເຕະຢູ່ໃນ ສປປ ລາວ ເປັນເວລາ 90 ວັນ ອີງຕາມມາດຕາ 42 ຂອງກົດລະບຽບ ແລະ ຂໍ້ບັງຄັບວ່າດ້ວຍການແຂ່ງຂັນບານເຕະສາຍ ກໍ (Division 1) ປະຈໍາປີ 2018.
ເນື່ອງຈາກວ່າຜູ້ກ່ຽວໄດ້ຖ່າຍທອດສົດຜ່ານທາງ Facebook ສ່ວນຕົວຊື່ Phijika Boonkwang ໃນວັນທີ 25 ສິງຫາ 2018 ວິຈານສະຫະພັນບານເຕະແຫ່ງຊາດລາວຢ່າງບໍ່ເໝາະສົມ ອັນເປັນການສ້າງຄວາມເສື່ອມເສຍຊື່ສຽງໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ ກໍ່ຄື ປະເທດຊາດ. ສ່ວນສະໂມສອນບານເຕະວຽງຈັນ ຢູໄນເຕັດ ແມ່ນມີສິດເຄື່ອນໄຫວຕາມປົກກະຕິ.

ຄລິບໄລສົດລາອອກ

ຄລິບປະເດັ້ນ


Ad