Top Ad

header ads

ທຣຳ ປະກາດພາວະສຸກເສີນດ່ວນ! ເຮີລິເຄນ “ເລນ” ຖະຫລົ່ມຮາວາຍ


ປະທານາທິບໍດີໂດນັລ ທຣຳ ປະກາດພາວະສຸກເສີນທີ່ລັດຮາວາຍ ເຊິ່ງກຳລັງຮັບມືກັບອິດທິພົນຂອງເຮີລິເຄນ “ເລນ”
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງໂຮໂນລູລູ ປະເທດສະຫະລັດອາເມລິກາ ເມື່ອວັນທີ 23ສິງຫາວ່າ: ປະທານາທິບໍດີໂດນັລ ທຣຳ ລົງນາມຄຳສັ່ງສະຖານະການສຸກເສີນຈາກໄພພິບັດທາງທຳມະຊາດ ຄວບຄຸມທັງເກາະຮາວາຍ ໂດຍຈະມີການຈັດສັນງົບປະມານສຸກເສີນຈາກທຳນຽບຂາວທັນທີ ແລະ ຄວາມຊ່ວຍເຫລືອຈາກສ່ວນກາງນຳໂດຍກະຊວງຄວາມຫມັ້ນຄົງແຫ່ງມາຕຸພູມ ແລະ ສຳນັກງານຈັດການພາວະສຸກເສີນສ່ວນກາງ ຈະເຂົ້າສູ່ພື້ນທີ່ພາຍໃນ 24ຊົ່ວໂມງ ຈາກການທີ່ເຮີລິເຄນ”ເລນ” ເຄື່ອນທີ່ດ້ວຍຄວາມໄວລົມສູງສຸດໃກ້ສູນກາງປະມານ 200ກິໂລແມັດ/ຊົ່ວໂມງ ເຂົ້າໃກ້ຊາຍຝັ່ງທາງຕອນໃຕ້ຂອງລັດຮາວາຍຫລາຍຂື້ນທຸກຂະນະ

ຂະນະທີ່ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງສະຫະລັດ ຄາດການການເກີດຄື້ນພາຍຸລົມແຮງຊັດຝັ່ງມີຄາມສູງລະຫວ່າງ 1-1,5ແມັດ ເຫນືອລະດັບປົກກະຕິ ຕະຫລອດແນວຊາຍຝັ່ງທາງຕາເວັນຕົກຂອງເກາະໃຫຍ່ຮາວາຍ ເຖິງແມ່ນວ່າຄວາມຮຸນແຮງຂອງກະແສລົມຫລຸດລົງເລັກຫນ້ອຍແລ້ວຈາກລະດັບ 5ລົງມາຢູ່ທີ່ລະດັບ3 ຕາມມາດຕາວັດພາຍຸຊັບເຟີ-ຊິມສັນ ແຕ່ເອັນດັບເບິລຍູເອສ ພະຍາກອນປະລິມານນໍ້າຝົນສະສົມສູງກວ່າ 30ຊັງຕີແມັດໃນຫລາຍພື້ນທີ່ ລວມເຖິງພາກຕາເວັນອອກຂອງເກາະໃຫຍ່ຮາວາຍນຳ



ອີກຍ່າງຫນຶ່ງ ເຮີລິເຄນ ລູກໃຫຍ່ທີ່ສຸດເຊິ່ງເຄີຍພັດຖະຫລົ່ມເກາະຮາວາຍຄື: ພາຍຸ”ອິນິກີ”ເມື່ອເດືອນກັນຍາ 2535 ມີວຄາມໄວລົມສູງສຸດໃກ້ສູນກາງ 230ກິໂລແມັດ/ຊົ່ວໂມງ ທຽບເທົ່າລະດັບ 4ຕາມມາດຕາວັດພາຍຸຊັບເຟີ-ຊິມສັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 6ຄົນ ແລະ ສ້າງຄວາມເສຍຫາຍທາງເສດຖະກິດໃຫ້ກັບລັດຮາວາຍຫລາຍເຖິງ 3,100ລ້ານໂດລາສະຫະລັດ




Ad