Top Ad

header ads

ທ່ານ ວີເພັດ ສີຫາຈັກ ປະທ່ານສະຫະພັນບານເຕະແຫ່ງຊາດລາວ


ທ່ານ ວີເພັດ ສີຫາຈັກ ຖືໄດ້ວ່າເປັນບຸກຄົນໜື່ງທີ່ມີຄວາມສຳຄັນຫຼາຍໃນວົງການກິລາລາວ ເຊີ່ງ ທ່ານ ວີເພັດ ໄດ້ຮັບຕໍາແຫນ່ງປະທ່ານສະຫະພັນບານເຕະແຫ່ງຊາດລາວ ໃນຕອນບ່າຍວັນທີ 21 ກຸມພາ 2017 ຢູ່ທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ແລະ ພິທີມອບ-ຮັບຕໍາແໜ່ງລະຫວ່າງ ທ່ານ ປະສາດໄຊ ພິລາພັນເດຊ ຮັກສາການປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ບົວລານ ສິຣິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງກະຊວງສຶກສາທິການ ແລະ ກິລາ , ຄະນະບໍລິຫານງານ ສຕລ , ພະນັກງານ ສຕລ ແລະ ສື່ມວນຊົນເຂົ້າຮ່ວມ

ທ່ານ ວີເພັດ ສີຫາຈັກ​ ຈະດໍາລົງຕໍາແໜ່ງເປັນປະທານ ສະຫະພັນບານເຕະແຫ່ງຊາດລາວໄປຈົນເຖິງຄົບວາລະໃນປີ 2019. ນອກຈາກເປັນປະທານສະຫະພັນແລ້ວ ທ່ານຍັງມີຕຳແໜ່ງດ້ານທຸລະກິດຫຼາຍຢ່າງດັ່ງນີ້
– ປະທານ ບໍລິສັດ ການຄ້າລາວ
– ໂຮງແຮມສຸວັນນະພູມ ແລະ ບໍລິສັດ ລາວ ເບເວເຮດຊ ຈຳກັດຜູ້ດຽວ
ຕຳແໜ່ງທາງສັງຄົມ:
– ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, (ສຄອ ແຫ່ງຊາດລາວ)
– ຄະນະກຳມະການໂອແລມປິກແຫ່ງຊາດລາວ
– ປະທານ ສະຫະພັນບານເຕະລາວແຫ່ງຊາດລາວ
ຂະແໜງການທຸລະກິດ:
– ຈຳໜ່າຍລົດ Mercedes-Benz
– ການຄ້າ, ໂຮງແຮມ ແລະ ໂທລະພາບ

ທ່ານ ວີເພັດ ສີຫາຈັກ ເຄີຍຖືກສະຫະພັນບານເຕະນານາຊາດ ຫຼື FIFA ລົງໂທດໃຫ້ຢຸດປະຕິບັດວຽກງານມາແລ້ວ ຖືກຫາຄວາມຜິດຮັບເງິນສິນບົນກ້ອງໂຕະເພື່ອຂາຍສຽງໃຫ້ກັບການເລືອກຕັ້ງຄະນະກຳມະການບໍລິຫານງານສະຫະພັນບານເຕະອາຊີ ຫຼື AFC ໃນປີ 2011 .  ທ່ານ ວີເພັດ ສີຫາຈັກ ໄດ້ພົ້ນໂທດຄວາມຜິດເມື່ອວັນທີ່ 21/02/2017 ແລະ ໃນວັນທີ່ 21 /02/ 2017  ທ່ານ ວີເພັດ ສີຫາຈັກ ກັບມາຮັບຕໍ່າແໜ່ງປະທານ ສຕລ ອີກຄັ້ງ ພາຍຫຼັງຮັບຕຳແໜ່ງຄືນ ທ່ານ ວີເພັດ ກໍໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໂດຍທ່ານໄດ້ຢືນຢັນວ່າ: ຈະມາດຳເນີນຕາມຍຸດທະສາດທີ່ໄດ້ມີການຜ່ານກອງປະຊຸມ ຈະຫາສິ່ງໃໝ່ໆເຂົ້າມາເສີມຕາມຍຸດທະສາທີ່ວາງໄວ້ ແລະ ຈະເຮັດໃຫ້ມັນດີກວ່າເກົ່າ.





Ad