Top Ad

header ads

ກອງຫຼອນບ້ານນາສ້າວ ເມືອງໄຊ ລັດກາງທາງ ປັບໃໝ ຊາວບ້ານທີ່ໄປຫາໜໍ່! ແບບນີ້ກໍ່ມີບໍ່? (ຊົມຄລິບ)


ອຸດົມໄຊ: ກາຍເປັນ ຄລິບທີ່ກຳລັງຖືກວິພາກວິຈານ ກັນຢ່າງໜັກ ແລະ ແຊກັນເປັນພັນ ກັບກໍລະນີ ທີ່ກອງຫຼອນບ້ານ ລັດຢູ່ທາງ ປັບໃໝ ປະຊາຊົນ ທີ່ໄປຫາໜໍ່ໄປ. ເຫດເກີດທີ່ ບ້ານນາສ້າວ, ເມືອງໄຊ, ແຂວງອຸດົມໄຊ.
ໄດ້ຂຽນຂໍ້ຄວາມໂພດລົງຕອນບ່າຍວັນທີ 16 ສິງຫາ 2018 ນີ້ວ່າ:
ເຫດເກິດທີ່ບ້ານນາສ້າວເມືອງໄຊແຂວງອຸດົມໄຊໄປຊອກໜໍ່ເພິ່ນວ່າຜິດບ້ານຕ້ອງປັບໃໝຄົນລະ30ພັນວ່າເນ

ຈາກການສົນທະນາໃນຄລິບ, ກອງຫຼອນບ້ານ ໃຫ້ເຫດຜົນວ່າ ປະຊາຊົນເຫຼົ່ານີ້ ມາເລາະເອົາໜໍ່ໃນເຂດບ້ານຂອງຕົນ ຕ້ອງໄດ້ປັບໃໝ 30 ພັນກີບຕໍ່ຄົນ. ສ່ວນຊາວບ້ານກໍ່ຕອບວ່າ ບໍ່ມີເງິນ, ຄັນມີເງິນ ຊິມາຊອກເອົາໜໍ່ເຮັດຫຍັງ?
ຫຼັງຈາກທີ່ບໍ່ມີເງິນຈ່າຍໃຫ້ ກອງຫຼອນບ້ານກໍ່ຂູ່ຈະເອົາໜໍ່ ເຄິ່ງໜຶ່ງ ຖ້າບໍ່ມີເງິນເສຍຄ່າປັບໃໝ.
ຊົມຄລິບ


ນີ້ເປັນຄຳຄິເຫັນສ່ວນໜື່ງຈາກປະຊາຊົນ ກັບຄລິບດັ່ງກ່າວ

ຈິ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ກວດສອບ ກັບກອງຫຼອນດັ່ງກ່າວ ວ່າການກະທໍາດັ່ງກ່າວຖືກຕ້ອງບໍ່? ທີ່ຕ້ອງໄປລັດປັບໃໝ ປະຊາຊົນ ທີ່ໄປຫາໜໍ່ໄມ້ແບບນີ້?
​​CR: Tholakhong
Ad