Top Ad

header ads

ຕຳຫຼວດລາວຖືກທ້າທາຍ ດັ່ງກໍລະນີທີ່ຜ່ານມາ ອາດຕາຍແລ້ວງຽບ ຄົນຮ້າຍລອຍນວນ



ຈາກເຫດການທີ່ ທ່ານ ໄຊຊະນະ ຍົດສະຫວັດ ຫຼື ທ່ານ ລີຈາວເຜີງ (Li Chaopeng) ໄດ້ຖືກຄົນຮ້າຍຂ້າຕະກຳ ຢູ່ບົນຕຽງນອນຜູ້ກ່ຽວ ຢູ່ທີ່ເຮືອນຂອງຜູ້ກ່ຽວເອງ ທີ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ


ຕາມບາດແຜ່ ພົບຮ່ອງຮອຍຖືກແທງຂ້າງຫຼັງ ແລະມີບາດແຜຢູ່ຫົວ ຜູ້ກ່ຽວເປັນຄົນເຊື້ອຊາດຈີນ ແຕ່ໄດ້ຮັບສັນຊາດລາວ ອີງຈາກນາມບັດຂອງຜູ້ກ່ຽວໃນໂຊຊ່ຽວມິເດຍ ຜູ້ກ່ຽວມີໜ້າທີ່ວຽກງານຫຼາຍຢ່າງ ເປັນຕົ້ນແມ່ນ ເປັນປະທານສະພາການຄ້າຫູນານປະຈຳ ສປປ ລາວ, ເປັນ ຄະນະ (ສະມາຊິກ) ສະມາຄົມມິດຕະພາບ ລາວ – ຈີນ, ເປັນ ກຳມະການຕ່າງປະເທດ ສະຫະພັນຊາວຈີນ ໂພ້ນທະເລກັບປະເທດ ແຂວງຫູນານ, ເປັນ ປະທານ ມູນນິທິສົ່ງເຖິງໃຈນະຄອນຫຼວງວຽງຈັນ,ເປັນ ປະທານບໍລິສັດກໍ່ສ້າງຂົວທາງ ແລະຕົບແຕ່ງ (ສາກົນ) ລາວ-ຈີນ ຈຳກັດຜູ້ດຽວ ແລະ ເປັນປະທານໄຊຊະນະຕິດຕັ້ງໄຟຟ້າຄົບວົງຈອນຈຳກັດຜູ້ດຽວ
ເຈົ້າໜ້າທີ່ຕຳຫຼວດລາວ ໄດ້ມາທີ່ສະຖານທີ່ເກີດເຫດ ເພື່ອເກັບກຳຂໍ້ມູນຫຼັກຖານ ເພື່ອສືບສວນສອບສວນ ເຖິງສາເຫດແຮງຈູງໃຈໃນການຂ້າຕະກຳໃນຄັ້ງນີ້

ເຫດການຂ້າຕະກຳໃນຄັ້ງນີ້ ອາດເປັນເໝືອນເຫດການທີ່ນັກທຸລະກິດຊາວຈີນ ຖືກຍິງຕາຍ ໂດຍທີ່ເຈົ້າໜ້າທີ່ຕຳຫຼວດລາວ ຫຼົ້ມເຫຼວ ບໍ່ສາມາດນຳຕົວຜູ້ກໍ່ເຫດ ມາດຳເນີນຄະດີຕາມກົດໝາຍບ້ານເມືອງໄດ້
ໃນວັນທີ 7 ຕຸລາ ປີ 2017 ນັກທຸລະກິດຊາວຈີນອີກເຊັ່ນເຄີຍ ປະທານກຸ່ມບໍລິສັດອາຊຽນວຽງຈັນກຣຸບ ຖືກຍິງ 9 ນັດ ເສຍຊີວິດຄາທີ່ ຢູ່ທີ່ໜ້າຫ້າງສີໃຄພຣາຊ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ນັບຕັ້ງແຕ່ມື້ເກີດເຫດ ຈົນຮອດປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດລາວ ອ້າງວ່າເກີດຈາກຂໍ້ຂັດແຫຍ່ງທາງດ້ານທຸລະກິດ ແຕ່ບໍ່ເຫັນມີລາຍງານ ຜົນການສືບສວນສອບສວນ ວ່າໄດ້ຈັບກຸມຜູ້ກໍ່ເຫດມາດຳເນີນຄະດີທາງກົດໝາຍບ້ານເມືອງເລີຍ ແລະນີ້ ກໍເກີດມີຄຳຖາມຂຶ້ນມາວ່າ ຮອດເວລາແລ້ວບໍ່ທີ່ເຈົ້າໜ້າທີ່ຕຳຫຼວດລາວທົ່ວປະເທດ ຄວນຈະມີການປະຕິຮູບ?
ຮຽບຮຽງ: khianlao.com
Ad