Top Ad

header ads

ເກີດເຫດຄາດຕະກຳເພາະບໍ່ພໍໃຈບໍ່ໄດ້ມີເພດສຳພັນ


ວັນທີ 14/08/2018 ເກີດເຫດຄາດຕະກຳຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ຈາກເຫດການທີ່ເກີດຂຶ້ນແມ່ນ ຜູ້ລົງມືໄດ້ໄປກິນດື່ມຢູ່ຮ້ານອາຫານ ແລະ ໄດ້ມີການຊັກຊວນສາວເສີບຢູ່ຮ້ານໄປຮ່ວມຫຼັບນອນນຳ ແລ້ວທາງສາວເຊີບກໍ່ຕົກລົງໄປຮ່ວມຫຼັບນອນໂດຍໄດ້ເປີດຫ້ອງຢູ່ບ້ານພັກ

ຫຼັງຈາກເຂົ້າໄປໃນບ້ານພັກແລ້ວ ກ່ອນມີເພດສຳພັນ ສາວເສີບໄດ້ໃຫ້ມີການປ້ອງກັນ ແຕ່ຜູ້ກໍ່ເຫດບໍ່ຍອມ ທັງສອງຈຶ່ງມີປາກສຽງທາງສາວເສີບຈຶ່ງບໍ່ຍິນຍອມໃຫ້ມີເພດສຳພັນ ເຮັດໃຫ້ຜູ້ກໍ່ເຫດບໍ່ພໍໃຈ ແລະ ໃຊ້ຄວາມຮຸນແຮງທຳຮ້າຍຮ່າງກາຍ.

ຈາກນັ້ນ ສາວເສີບຈຶ່ງໄດ້ໂທຫາເຈົ້າຂອງຮ້ານໃຫ້ມາຊ່ວຍເຫຼືອ ແລະ ໄດ້ຄວາມຮ່ວມມືຈາກເຈົ້າຂອງບ້ານພັກ ຊຶ່ງເປັນ 2 ຜົວເມຍໄດ້ນຳກະແຈສຳຮອງໄຂເຂົ້າຫ້ອງເພື່ອຊ່ວຍເຫຼືອສາວເສີບ ແລະ ກັບຄືນຮ້ານອາຫານ.

ຫຼັງຈາກ ການຊ່ວຍເຫຼືອເສັດສິ້ນແລ້ວ ຜູ້ກໍ່ເກດເກີດຄວາມຄຽດແຄ້ນທີ່ 2 ຜົວເມຍເຈົ້າຂອງບ້ານພັກມາເປີດປະຕູໃຫ້ ຈຶ່ງໄດ້ຫາຈັງຫວະໃນການກໍ່ເກີດດ້ວຍການໃຊ້ທໍ່ແປັບທຸບຕີ 2 ຜົວເມຍໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດ.







Ad