Top Ad

header ads

ນັກທຸລະກິດຈີນ ເຈົ້າຂອງເທັກຕີຮ່າວ ຖືກຄາດຕະກຳຄາບ່ອນນອນ! ຊັບສິນຖືກກວດໄປໝົດຕູ້ເຊັບ



ນະຄອນຫຼວງວຽງຈັນ: ລາຍງານຈາກ ເຈົ້າໜ້າທີ່ໃຫ້ຮູ້ວ່າ ໃນຕອນເຊົ້າ ວັນທີ 12 ສິງຫາ 2018 ເກີດເຫດ ຄາດຕະກຳນັກທຸລະກິດ ສັນຊາດ ຈີນ ທີ່ເຮືອນຂອງຜູ່ກ່ຽວເອງ.


ຜູ່ເສຍຊີວິດ ແມ່ນຖືກອາວຸດແທງທີ່ດ້ານຫຼັງ ແລະ ຫົວ, ເຊິ່ງໄດ້ຖືກນໍາໄປໂຮງໝໍ ແຕ່ບໍ່ສາມາດຊ່ວຍຊີວິດໄດ້.





ຈາກພາບກ້ອງວົງຈອນປິດ  ໃນເຊົ້າວັນດັ່ງກ່າວ ແມ່ນມີຊາຍສອງຄົນ ທີ່ຂີ່ລົດໃຫຍ່ ມາເຂດເຮືອນຂອງຜູ່ຕາຍ ເຊິ່ງເຈົ້າໜ້າທີ່ຄາດວ່າ ເປັນຜູ່ຕ້ອງສົງໄສ ລົງມືຄາດຕະກຳ ແລະ ປຸ້ນເອົາຊັບສິນຂອງຜູ່ຕາຍໄປໝົດ (ເປັນຈຳນວນເງິນມະຫາສານສົມຄວນ).


ຊາບຊື່ວ່າ ຜູ່ເສຍຊີວິດ ແມ່ນນັກທຸລະກິດ ສັນຊາດຈີນ ມີຊື່ວ່າ ທ້າວ ໄຊຊະນະ ຫຍົດສະຫວັນ ທີ່ເຮັດທຸລະກິດ ຢູ່ລາວມາໄດ້ຫຼາຍປີ ແລະ ທີ່ຮູ້ຈັກກັນດີ ກໍ່ແມ່ນ ເທັກ ຕີຮ່າວ ແລະ ທຸລະກິດ ອື່ນໆ.




ທາງເຈົ້າໜ້າທີ່ແມ່ນເລັ່ງຕາມຫາຄາດຕະກອນ ມາລົງໂທດຕາມກົດໝາຍຂອງບ້ານເມືອງ.


ທີ່ມາ tholakhong.com


Ad