Top Ad

header ads

ນັກໂທດລາວຫຼົບໜີອອກຈາກໂຮງໝໍ ມີປະຫວັດປ່ວຍ HIV ເຈົ້າຫນ້າທີ່ຕຳຫລວດໄທກຳລັງຕາມຫາຕົວ


ຂ່າວ ເລື່ອງເລົ່າເຊົ້ານີ້ ລາຍງານ ເກີດເຫດການ ມີນັກໂທດຄຸກຈັງຫວັດເລີຍ ໄດ້ປົດໂສ້ທີ່ຄ້ອງຢູ່ກັບຕຽງຄົນໄຂ້ ຂະນະເຂົ້າຮັກສາຕົວຢູ່ໂຮງໝໍຈັງຫວັດເລີຍ ຫຼົບໜີໄປໃນຊ່ວງເວລາປະມານ 05.00 ໂມງ

ນັກໂທດທີ່ຫຼົບໜີ ຊື່ວ່າ ທ້າວ ເດຊາ ຄົນໃຫຍ່ ສັນຊາດລາວ ຖືກດຳເນີນຄະດີໃນຂໍ້ຫາ ລັກຊັບ ແລະລະເມີດ ພ.ຣ.ບ. ຄົນເຂົ້າເມືອງ ສານຕັດສິນຈຳຄຸກ 15 ປີ ຕິດຄຸກມາແລ້ວ 2 ປີ ຍັງເຫຼືອ 13 ປີ 
ເມື່ອວັນທີ 14 ສິງຫາທີ່ຜ່ານມາ ທ້າວ ເດຊາ ນັກໂທດ ປ່ວຍເປັນງູສະວັດ ມີຕຸ່ມຕາມຕົນໂຕ ປວດແສບ ອອກຮ້ອນ ນອນບໍ່ໄດ້ ຈົນຕ້ອງນຳສົ່ງຕົວໄປໂຮງໝໍ ກ່ອນຈະຫຼົບໜີ ທາງໂຮງໝໍ ຈຶ່ງແຈ້ງເຈົ້າໜ້າທີ່ຕຳຫຼວດອອກໄລ່ລ້າຈັບກຸມຕົວມາດຳເນີນຄະດີ ໂດຍສະເພາະຢູ່ຕາມຈຸດຊາຍແດນ ລາວ-ໄທ
ອີງຕາມປະຫວັດແລ້ວ ນັກໂທດຄົນນີ້ຍັງຕິດເຊື້ອໂຣກເອດ ຕ້ອງໄດ້ເຂົ້າອອກໂຮງໝໍເປັນປະຈຳຢູ່ແລ້ວ ໃຜພົບເຫັນກະລຸນາແຈ້ງເຈົ້າໜ້າທີ່
ຄລິບຂ່າວ


Ad