Top Ad

header ads

U 12 ລາວ ແຊ້ມບານເຕະຊູງຊີງລີງຄັບ 2018 ທີ່ ສປ ຈີນ


ການແຂ່ງຂັນບານ​ເຕະຊູງຊີງລີງຄັບ 2018 ທີ່ ສປ ຈີນ ເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 11-18 ສິງຫານີ້ ໂດຍໃນຮອບຊີງຊະນະເລີດ ທີມຊາດລາວ (KIETTISACK INTERNATIONAL BY LOB STADIUM) ຮຸ້ນອາຍຸບໍ່ເກີນ 12 ປີ ຫລື U 12 ພົບກັບ ທີມຊາດໄທ ແລະ ສາມາດຍາດໄດ້ແຊ້ມມາຄອງ ຫລັງເອົາຊະນະ ທີມຊາດ​ໄທ ໄດ້ 2-1.



ການແຂ່ງຂັນຄັ້ງນີ້ມີ 8 ປະເທດເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມເອ ປະກອບມີ ຈີນ, ອິນໂດເນເຊຍ, ກໍາປູເຈຍ, ຟີລິບປິນ; ສ່ວນກຸ່ມບີ ປະກອບມີ ລາວ, ມຽນມາ, ໄທ, ຫວຽດນາມ. ຂະນະທີ່ ທີມຊາດລາວ ລົງສະໜາມ 4 ນັດ ສາມາດເອົາຊະນະ 3 ນັດ, ສະເໝີ 1 ນັດຄື: ເອົາຊະນະ ທີມຊາດໄທ 1-0, ຊະນະ ຫວຽດນາມ 20-0 ແລະ ສະເໝີ ມຽນມາ ລວມທັງໝົດມີ 10 ຄະແນນ ເປັນອັນດັບທີ 1 ຂອງກຸ່ມບີ ຜ່ານເຂົ້າຮອບ 4 ທີມ ແລະ ໄດ້ລົງສະໜາມໃນນັດຮອບ 4 ທີມ ສາມາດເອົາຊະນະ ທີມຊາດຈີນ 3-1 ຫລັງຈາກນັ້ນຜ່ານເຂົ້າຮອບຊີງຊະນະເລີດພົບກັບ ທີມຊາດໄທ ແລະ ສາມາດເອົາຊະນະໄດ້ 2-1 ຄອງແຊ້ມລາຍການດັ່ງກ່່າວ ໄດ້ຮັບຂັນແຊ້ມພ້ອມດ້ວຍຫລຽນຄໍາ, ສ່ວນອັນດັບທີ 2 ທີມຊາດໄທ ໄດ້ຮັບຫລຽນເງິນ, ອັນດັບທີ 3 ທີມຊາດຈີນ, ອັນດັບທີ 4 ທີມຊາດຟີລິປິນ.







  1.  ຂ່າວ: ນສພ ລາວພັດທະນາ




Ad