Top Ad

header ads

ແຈ້ງການດ່ວນ! ເຂື່ອນໄຟຟ້ານໍ້າງື່ມ 1 ເປີດປະຕູນໍ້າສູງຂຶ້ນເປັນ 3.8 ແມັດແລ້ວ!

ແຈ້ງການ (ສະບັບທີ່ 1) ເຂື່ອນໄຟຟ້ານໍ້າງື່ມ 1
ເນື່ອງຈາກວ່າປະຈຸບັນມີຮ່ອງມໍລະສຸມ (ຮ່ອງຝົນ) ພັດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ສົມທົບກັບມໍລະສຸມຕາເວັນຕົກສຽງໃຕ້ທີ່ມີກໍາລັງແຮງພັດຜ່ານ ເຮັດໃຫ້ບໍລິເວນອ່າງໂຕ່ງນໍ້າງື່ມ 1 ເກີດມີຝົນຕົກຕໍ່ເນື່ອງຕິດຕໍ່ກັນມາແຕ່ວັນທີ່ 3/8/2018 ຈົນເຖິງປັດຈຸບັນນີ້ຍັງບໍ່ທັນມີທ່າທີ່ຈະຢຸດເຊົາ ແລະ ຈະສືບຕໍ່ຕົກໄປເຖິງວັນທີ່ 8/9/2018 ຕາມການພະຍາກອນອາກາດຂອງອຸຕຸນິຍົມ , ສົມທົບກັບເຂື່ອນໄຟຟ້ານໍ້າງື່ມ 2 ປ່ອຍນໍ້າລົງມາເປັນຈໍານວນຫຼວງຫຼາຍ
ນັບແຕ່ເວລາ 0:00 ໂມງຂອງວັນທີ່ 4 (ມື້ຄືນນີ້) ມີປະລິມານນໍ້າໄຫຼເຂົ້າອ່າງນໍ້າງື່ມ 1 ສະເລ່ຍ 2,777 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນໍ້າໜ້າເຂື່ອສູງຂື້ນ 1 (ໜຶ່ງ) ຊັງຕີແມັດຕໍ່ຊົ່ວໂມງ ມາເຖິງເວລາ 8:00 ໂມງຂອງມື້ນີ້ (4 ກັນຍາ 2018) ລະດັບນໍ້າຂື້ນເຖິງຈຸດສູງສຸດ 213.00 ແມັດ (masl) ເພື່ອຮັກສາຄວາມປອດໄພຂອງໂຕເຂື່ອນຈຶ່ງມີຄວາມຈໍາເປັນຕ້ອງເປີດປະຕູນໍ້າຂື້ນຈາກ 3.50 ແມັດມາເປັນ 3.80 ແມັດ ໃນເວລາ 7:30 ໂມງ ປະລິມານນໍ້າທີ່ລະບາຍຜ່ານປະຕູນໍ້າລົ້ນ 1,479 ແມັດກ້ອນຕໍ່ວິນາທີ ແລະ ນໍ້າຜ່ານກົງຫັນ (ນໍ້າແລ່ນຈັກ) 520 ແມັດກ້ອນຕໍ່ວິນາທີ ລວມກັນແລ້ວເປັນຈໍານວນ 1,999 ແມັດກ້ອນຕໍ່ວິນາທີ.

ຂະນະດຽວກັນນີ້ລະດັບນໍ້າຢູ່ປາກຂະຍຸງເວລາ 8:00 ໂມງ ເທົ່າກັບ 11.50 ແມັດ ມີປະລິມານການໄຫຼ 3,168 ແມັດກ້ອນຕໍ່ວິນາທີ ຈະເຮັດໃຫ້ລະດັບນໍ້າຢູ່ປາກກະຍຸງຈະສູງຂື້ນອີກ 10-20 ຊັງຕີແມັດໃນເວລາ 2-3 ຊົ່ວໂມງຕໍ່ໜ້າ ແລະ ເຂດເມືອງທຸລະຄົມຈະເພີ່ມຂື້ນ 5-10 ຊົ່ວໂມງຂ້າງໜ້າຕາມໄລຍະທາງຂອງນໍ້າ , ສົບທົບກັບນໍ້າຊອງທີ່ມີປະລິມານການໄຫຼເພີ່ມຂື້ນຈາກ 488 ແມັດກ້ອນຕໍ່ວິນາທີ ໃນເວລາ 0:00 ໂມງເປັນ 640 ແມັດກ້ອນຕໍ່ວິນາທີ ໃນເວລາ 8:00 ໂມງ ເມື່ອລວມກັບສາຍນໍ້າລີກ ແລະ ແຫຼ່ງນໍ້າອື່ນໆ ມີຄວາມອາດສາມາດຈະເຮັດໃຫ້ນໍ້າຖ້ວມໃນບໍລິເວນກວ້າງໃນເຂດເມືອງ ທຸລະຄົມ ,ເມືອງໄຊທານີ ແລະ ເມືອງປາກງື່ມ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງອໍານາດການປົກຄອງທ້ອງຖິ່ນ ,ພໍ່ແມ່ປະຊາຊົນ ພະັນກງານ , ທະຫານ ຕໍາຫຼວດ ທີ່ດໍາລົງຊີວິດຢູ່ລຽບແຄມງື່ມ ທີ່ມີຈຸດພື້ນທີ່ຕໍ່າ ຈົ່ງເກັບມ້ຽນວັດຖຸສິ່ງຂອງ , ເຄື່ອນຍ້າຍສັດລ້ຽງໄປໄວ້ທີ່ສູງ ແລະ ປອດໄພ ພ້ອມທັງຕິດຕາມຂໍ້ມູນຂ່າວສານທາງເຂື່ອນນໍ້າງື່ມ 1 ດ້ວຍ

Ad