Top Ad

header ads

3 ສາວນັກຕົ້ມຕຸ໋ນ ໄປເຊົ່າລົດຄົນອື່ນແລ້ວເອົາໄປລົດໄປຈຳນຳຕໍ່ ເພື່ອເອົາເງິນມາໃຊ້


ປກສ ຈຳປາສັກ ໄດ້ກັກຕົວ 3 ສ່ຽວ ທີ່ໄປເລາະຕົ້ມຕຸນປະຊາຊົນໂດຍເຊົ່າລົດແລ້ວເອົາໄປຈຳຕໍ່ ເພື່ອເອົາເງິນມາໃຊ້ຈ່າຍສ່ວນຕົວ, ຜ່ານການສືບສວນທັງ 3 ຄົນຮັບສາລະພາບວ່າ ເຄີຍຕົ້ນຕຸນມາຫຼາຍຄັ້ງ ແລະ ຫຼາຍຄົນແລ້ວເຊັ່ນ: ຕົວະເອົາໃບຕາດິນໄປຈຳ, ໄປດາວລົດແລ້ວເອົາໄປຈຳຕໍ່, ໄປເຊົ່າລົດແລ້ວເອົາໄປຈຳ ເອົາເງິນມາແບ່ງກັນໃຊ້ ຫຼ້າສຸດໄປບໍ່ລອດ ໄປເຊົ່າລົດວີໂກ້ ລີໂວ້ ທ້າວ ສິດທິເດດ ແລ້ວເອົາໄປຈຳຕໍ່ ເຊິ່ງທ້າວສິດທິເດດ ໄດ້ແຈ້ງຄວາມເຈົ້າໜ້າທີ່ ໃນວັນທີ 11 ມິຖຸນາ ແລ້ວເຈົ້າໜ້າທີ່ກໍ່ນໍາຈັບຕົວ 3 ສ່ຽວເພື່ອມາລົງໂທດ.


3 ສ່ຽວນີ້ມີຊື່ວ່າ: ນາງ ວັນພອນ ວົງມະນີ (ແຫຼ້) ອາຍຸ 38 ປີ ຢູ່ບ້ານ ໂພນສະຫວັນ; ນາງ ຈັນສະໝຸດ ພົ້ວປັນຍາ (ເນຍ) ອາຍຸ 36 ປີ ຢູ່ບ້ານ ສວນສະຫວັນ ແລະ ນາງ ສົມພອນ ບຸດຕິວົງ (ໃໝ່) ອາຍຸ 36 ປີ ຢູ່ບ້ານຈັດສັນ ທັງໝົດແມ່ນຢູ່ນະຄອນຈຳປາສັກ, ທັງໝົດຖືກຈັບກຸມໄດ້ໃນຕົ້ນເດືອນ ກໍລະກົດ ຫາ ທ້າຍເດືອນສິງຫາ 2018 (ຈັບໄດ້ເທື່ອລະຄົນ) ມາດໍາເນີນຄະດີຕາມກົດໝາຍ
Ad