Top Ad

header ads

ຊຸບເປີໄຕ້ຝຸ່ນ”ມັງຄຸດ” ສະສົມພະລັງແຮງເທົ່າເຮີລິເຄນລະດັບ5 ຄວາມໄວລົມສູງສຸດ 325ກິໂລແມັດ/ຊົ່ວໂມງ


ປະຊາຊົນເທິງເກາະລູຊອນ ທາງຕອນເຫນືອຂອງຟີລິບປິນ ກຽມພ້ອມຮັບມືຊຸບເປີໄຕ້ຝຸ່ນ”ມັງຄຸດ” ເຊິ່ງສະສົມພະລັງງານຍ່າງຕໍ່ເນື່ອງຈົນທຽບເທົ່າເຮີລິເຄນລະດັບ5 ດ້ວຍຄວາມໄວລົມສູງສຸດ 325ກິໂລແມັດ/ຊົ່ວໂມງ ແລະ ຈະຂື້ນຝັ່ງໃນຊ່ວງທ້າຍອາທິດນີ້
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງມະນີລາ ປະເທດຟີລິບປິນເມື່ອວັນທີ 13ກັນຍາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງຟີລິບປິນ ລາຍງານວ່າ: ໄຕ້ຝຸ່ນ”ມັງຄຸດ” ເຊິ່ງມີຄວາມໄວລົມສູງສຸດໃກ້ສູນກາງຢູ່ທີ່ 270ກິໂລແມັດ/ຊົ່ວໂມງ ແລະ ຄວາມໄວລົມແຮງສູງສຸດ 325ກິໂລແມັດ/ຊົ່ວໂມງ ທຽບເທົ່າເຮີລິເຄນລະດັບ5 ເຊິ່ງເປັນລະດັບສູງສຸດຕາມມາດຕາວັດພາຍຸຊັບເຟີ-ຊິມສັນ ຍັງຄົງກໍ່ຕົວສະສົມພະລັງຢູ່ໃນບໍລິເວນຫ່າງໄກຂອງມະຫາສະຫມຸດປາຊີຟິກ ແຕ່ມີທິດທາງມຸ່ງຫນ້າຕາເວັນຕົກສຽງເຫນືອ ຄາດວ່າຈະຂື້ນຝັ່ງທີ່ຈັງຫວັດຄາກາຍັນເຊິ່ງຢູ່ທາງເຫນືອສຸດຂອງເກາະລູຊອນ ພາຍໃນວັນເສົາທີ 15ກັນຍານີ້ຕາມເວລາທ້ອງຖິ່ນ




ທັງນີ້ສຳນັກງານກາຊາດຟີລິບປິນປະເມີນວ່າໄຕ້ຝຸ່ນ”ມັງຄຸດ” ຫນ້າຈະເປັນພາຍຸຫມຸນເຂດຮ້ອນໃນມະຫາສະຫມຸດປາຊີຟິກ ເຊິ່ງມີຄວາມແຮງທີ່ສຸດໃນປີນີ້ ແລະ ເມື່ອຄາດການເສັ້ນທາງຜ່ານພາຍຸຄາດວ່າຈະສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນປະມານ 43ລ້ານຄົນເທິງເກາະລູຊອນ ລວມເຖິງກຸງມະນີລານຳ ໃນເບື້ອງຕົ້ນລັດຖະບານໄດ້ສັ່ງອົບພະຍົບປະຊາຊົນຕາມພື້ນທີ່ຮາບລຸ່ມ ແລະ ຕາມແນວຊາຍຝັ່ງແລ້ວຫລາຍຫມື່ນຄົນ




ຟີລິບປິນຖືເປັນປະເທດທີ່ປະເຊີນກັບອິດທິພົນໄຕ້ຝຸ່ນ ສະເລ່ຍປະມານປີລະ 20ລູກ ໂດຍໄຕຝຸ່ນ”ຍາງິ”ເຄື່ອນຕົວຂື້ນຝັ່ງໄປເມື່ອສເດືອນທີ່ຜ່ານມາ ຂະນະທີ່ໄຕ້ຝຸ່ນ”ໄຫ່ຫຍຽນ” ຖືເປັນພາຍຸທີ່ມີຄວາມຮຸນແຮງທີ່ສຸດເຊິ່ງເຄີຍຖະຫລົ່ມຟີລິບປິນ ໂດຍຊຸບເປີໄຕ້ຝຸ່ນລູກນີ້ຂື້ນຝັ່ງທາງຕອນກາງຂອງຟີລິບປິນ ດ້ວຍຄວາມໄວລົມສູງສຸດໃກ້ສູນກາງ 315ກິໂລແມັດ/ຊົ່ວໂມງ ເມື່ອເດືອນພະຈິກ 2556 ຂ້າຊີວິດປະຊາຊົນປະມານ 7,000ຄົນ


Ad