Top Ad

header ads

ດ່ວນ!! ສານໄທຕັດສິນ ປະຫານຊີວິດ ໄຊຊະນະ ແກ້ວພິມພາ ເຈົ້າພໍ່ຄ້າຢາເມືອງລາວ


ສານ​ຕັດ​ສິນ​ ປະຫານ​ຊີວິດ​ ໄຊ​ຊະ​ນະ​ ແກ້ວ​ພິມ​ພາ​ ເຈົ້າ​ພໍ່​ຄ້າ​ຢາ​ເມືອງ​ລາວ​!

ເມື່ອ​ວັນທີ​ 26 ກັນຍາ​ ສານ​ອາ​ຍາ​ ພິພາກສາ​ປະຫານ​ຊີວິດ​ທ້າວ ​ໄຊ​ຊະ​ນະ​ ແກ້ວ​ພິມ​ພາ​ ຊາວ​ ສປ​ປ ລາວ​ ແລະ​ ທ້າວ​ຊຸມ​ພົນ​ ພະນົມໄພ​ ຈຳ​ເລີຍ​ທີ່​ 1-2 ສົມ​ຄົບ​ກັນ​ຄ້າ​ຢາ​ເສບ​ຕິດ​ 1 ລ້ານ​ເມັດ​ເມື່ອ​ຊ່ວງ​ເດືອນ​ ສິງຫາ  ຫຼັງ​ຈາກ​ມີ​ພະຍານ​ຫຼັກ​ຖານ​ຂໍ້​ມູນ​ການ​ໃຊ້​ໂທ​ສັບ​ຕິດ​ຕໍ່​ກັນ​ໃຫ້​ຈັດ​ຫາລົດກະບະມື​ສອງ​ຊຸກ​ຢາ​ບ້າ​ຮັບ​ຈາກ​ ສປປ ​ລາວ​ໄປ​ສົ່ງ​
 ຊຶ່ງ​ຄຳ​ໃຫ້​ການ​ຊັ້ນ​ສອບ​ສວນ​ແລະ​ຄຳ​ເບີກ​ຄວາມ​ບາງ​ສ່ວນ​ຂອງ​ຈຳ​ເລີຍ​ທີ່​ 1-2ເປັນ​ປະໂຫຍດ​ຕໍ່​ການ​ພິຈາລະນາ​ຢູ່​ດ້ວຍ​ຈຶ່ງ​ລຸດ​ໂທດ​ໃຫ້​ 1 ໃນ​ 3 ຄົງ​ຈຳ​ຄຸກ​ທັງ​ສອງ​ໄວ້​ຕະຫລອດ​ຊີວິດ​ ແລະ​ໃຫ້​ນັບ​ໂທດ​ນາຍ​ໄຊ​ຊະ​ນະ​ ຕໍ່​ຈາກ​ຢາ​ບ້າ​ຄະດີ​ແຮກ​ຈຳນວນ​ 1.2 ລ້ານ​ເມັດ​ທີ່​ສານ​ຕັດ​ສິນ​ໃຫ້​ຈຳ​ຄຸກ​ຕະຫຼອດ​ຊີວິດ​ໄປ​ແລ້ວ​


ໂດຍ​ພິພາກສານຢົກ​ຟ້ອງ​ທ້າວຣັດ​ພົນ​ຫລື​ກິມ​ເລ້ງ​ ຣັດ​ສົບ​ລົບ​ກອນ​ນ໌​ ຈຳ​ເລີຍ​ທີ່​ 3 ທີ່​ຖືກ​ກ່າວ​ຫາ​ຮັບ​ໂອນ​ເງີນ​ຄ້າ​ຢາ​ ເນື່ອງ​ຈາກ​ພະຍານ​ຫຼັກ​ຖານ​ໂຈດ​​ຍັງມີ​ຂໍ້ໄສ​ສົມຄວນ​ ແລະ​ ສານ​ພິພາກສາ​ຢົກ​ຟ້ອງ​ຈຳ​ເລີຍ​ທັງ​ສາມ​ໃນ​ສ່ວນ​ທີ່​ຖືກ​ກ່າວ​ຫາສົມຄົບກັນຄ້າ​ຢາ​ບ້າ​ຈຳນວນ​ 2,381,400 ເມັດ​ດ້ວຍ​ເນື່ອງ​ຈາກ​ພະຍານ​ຫຼັກ​ຖານ​ໂຈດ​ຍັງມີ​ຂໍ້ສົງໄສ​ຕາມ​ສົມຄວນ​.
ຂອບໃຈແຫຼ່ງຂ່າວ ข่าวสด

Ad