Top Ad

header ads

ລັດຖະບານລາວ ຕາງໜ້າປະຊາຊົນລາວ ມອບເງິນຊ່ວຍເຫລືອ ໃຫ້ແກ່ປະຊາຊົນຍີ່ປຸ່ນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.


ຂປລ. ໃນວັນທີ 25 ກັນຍາ 2018 ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມອບເງິນຊ່ວຍເຫລືອ ຈຳນວນ 100.000 ໂດລາສະຫະລັດ ໃຫ້ແກ່ປະຊາຊົນຍີ່ປຸ່ນ, ທີ່ໄດ້ຮັບຜົນກະທົບຈາກໄພ ພິບັດທາງທໍາມະຊາດນໍ້າຖ້ວມ ແລະ ດິນເຈື່ອນ ຢູ່ພາກຕາເວັນຕົກຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນກໍ ລະກົດ 2018 ທີ່ຜ່ານມາ. ຕາງໜ້າລັດຖະບານຍີ່ປຸ່ນ ຮັບໂດຍ, ທ່ານ ຕາເກຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີບັນດາພະນັກງານ ຈາກຂະແໜງການທີ່ກ່ຽວຂ້ອງ ທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມເຫສົ້າສະຫລົດໃຈ ຢ່າງສຸດ ຊຶ້ງ ຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ, ພ້ອມທັງສະແດງຄວາມຫວັງວ່າ ໃນການຊ່ວຍເຫລືອໃນຄັ້ງນີ້, ຈະເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫລືອ ເພື່ອເປັນການແບ່ງເບົາຄວາມທຸກໂສກຂອງບັນດາຜູ້ປະສົບໄພ ແລະ ກໍເປັນການສະແດງໃຫ້ເຫັນເຖິງນໍ້າໃຈມິດ ຕະພາບ ແລະ ຄວາມສາມັກຄີຮັກແພງຂອງປະຊາຊົນລາວ ຕໍ່ ປະຊາຊົນຍີ່ປຸ່ນ.


ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ຍັງມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ ນໍາ-ນໍາພາຂອງລັດຖະບານຍີ່ປຸ່ນ ບວກກັບຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງປະຊາຊົນຍີ່ປຸ່ນ, ຜູ້ປະສົບໄພ ຈະຜ່ານຜ່າວິກິດການນີ້ໄປໄດ້ດ້ວຍດີ ແລະ ຂໍໃຫ້ຜູ້ປະສົບໄພໃນຄັ້ງນີ້, ຈົ່ງເຂັ້ມແຂງ ແລະ ມີກຳລັງໃຈໃນການຕໍ່ສູ້ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.





ຂອບໃຈ ສຳນັກຂ່າວສານປະເທດລາວ
Ad