Top Ad

header ads

ດ່ວນໆຊາວລາວພູມໃຈ! ກະຕໍ້ຄູ່ຊາຍລາວ ສ້າງປະຫວັດສາດໜ້າໃໝ່ຄວ້າແຊ້ມໂລກຄັ້ງທໍາອິດ ທີ່ປະເທດໄທ

ກ່ອນໜ້ານີ້ ກະຕໍ້ທິມດ່ຽວຍິງລາວເຮົາ ຄວ້າຫລຽນທອງທໍາອິດ ໃນການແຂ່ງຂັນກະຕໍ້ຊິງແຊ້ມໂລກ ຄັ້ງທີ 33 ທີ່ນະຄອນຣາດຊະສີມາ ປະເທດໄທ ໃນວັນທີ 26 ກັນຍາ ທີ່ຜ່ານມາ ຫຼັງເສຍໃຫ້ ເກົາຫລີໃຕ້ 0-2 ເຊັດ: 18-21 ແລະ 14-21.

ຫຼ້າສຸດໃນຕອນແລງຂອງວັນທີ 27 ກັນຍາ 2018 ທີມຄູ່ຊາຍ ລາວ ຜ່ານ ອິນໂດເນເຊຍ ໃນຮອງຮອງຊະນະເລີດ ຜ່ານເຂົ້າຮອບຊີງຫຼຽນຄໍາກັບ ອິນເດຍ ປະກົດວ່າ: ເຊັດທໍາອິດ ທີມຊາດລາວ ເຮັດໄດ້ດີ, ແຕ່ສະດຸດຖືກ ອິນເດຍ ປິດເຊັດໄປກ່ອນ ກ່ອນທີ່ເຊັດທີ 2 ລາວ ຈະກັບມາສູ້ຟອມເກັ່ງເອົາຊະນະ ອິນເດຍ ໄປ 21-16 ຈິ່ງຕ້ອງມາຕັດສິນກັນທີ່ເຊັດສຸດທ້າຍປະກົດວ່າ ສຸດສີຄຽງຄູ່ກັນໄປຈົນເຖິງ 17-17 ກ່ອນທີ່ ທີມຊາດລາວ ຈະເອົາຊະນະໄປ 21-19 ຄວ້າແຊ້ມໂລກໄປຄອງ.
ຈາກຜົນດັ່ງກ່າວສົ່ງຜົນໃຫ້ ກະຕໍ້ທີມຊາດລາວ ສ້າງປະຫວັດສາດຄວ້າແຊ້ມເປັນຄັ້ງປະຫວັດສາດ ໃນການແຂ່້ງຂັນກະຕໍ້ຊີງແຊັມໂລກ ເພາະທີ່ຜ່ານມາເຄີຍຍາດໄດ້ພຽງອັນດັບ 3 ເມື່ອປີ 2011, ທັງນີ້ ທີມຄູ່ຍິງລາວ ກໍ່ມີຫຼຽນເງິນຮອງທ້ອງແລ້ວ ຈະລົງຊີງກັບ ເກົາຫຼີໃຕ້ ຖ້າໄດ້ຜົນຈະລາຍງານໃຫ້ຊາບເພີ່ມເຕີມ.








Ad