Top Ad

header ads

ເຜີຍໂສມຫົວໂປ່ໂຕການ ຜະລິດຢາເສບຕິດ ໃນຖານະເຈົ້າພໍ່

ການຕິດຕາມທຸກການພົວພັນຂອງລູກນ້ອງ ທ້າວ ຫວູຮວ່າງ ແອ້ງ ຫຼື Didona ຖືສັນຊາດອັງກິດ ເປົ້າ ໝາຍດັ່ງກ່າວແມ່ນລູກຊອດຫວຽດນາມ-ຝຣັ່ງ ເຊິ່ງເປັນເປົ້າໝາຍຫົວໂປ່ໂຕການ ໃນເຄືອຂ່າຍຜະລິດຢາເສບ ຕິດປະເພດຢາໄອສ໌, ຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມຕົວ ໃນວັນທີ 15 ມິຖຸນາ 2018 ພ້ອມທັງເຄືອຂ່າຍຄ້າຂາຍຢາເສບຕິດຂອງຜູ້ກ່ຽວ ກໍຖືກເຈົ້າໜ້າທີ່ກວາດລ້າງໄດ້ສຳເລັດ.
ໃນຂະນະທີ່ມີການປະສານສົມທົບກັບ ກອງທະຫານຊາຍແດນວິຊາສະເພາະ ປາບປາມຢາເສບຕິດພິເສດ ກົມສືບສວນ-ສອບສວນຕ້ານການຄ້າເຖື່ອນ, ກົມພາສີອາກອນ, ຫ້ອງຕຳຫຼວດສືບສວນ-ສອບສວນຄະດີຢາເສບຕິດ ກອງບັນຊາການຕຳຫຼວດ ແຂວງເຫງະອານ, ເຕີ້ຍນິ້ງ ແລະ ນະຄອນໂຮ່ຈິມິນ ໄດ້ພ້ອມກັນສຸມໃສ່ຕໍ່ສູ້ມ້າງເຄືອຂ່າຍລາຍຄະດີເຄື່ອນຍ້າຍ ແລະ ຄ້າຂາຍຢາເສບຕິດລະດັບຊາດ ໂດຍແມ່ນເປົ້າໝາຍ ທ້າວ ຫວູຮວ່າງແອ້ງ ເປັນຫົວໂປ່ໂຕການໃນຄະດີ ເຊິ່ງເຈົ້າໜ້າທີ່ສືບຮູ້ວ່າ ລູກນ້ອງຂອງ ທ້າວ ແອ້ງ ມັກພົວພັນກັບເປົ້າໝາຍອື່ນ ເພື່ອສົ່ງສິນຄ້າແບບປິດລັບຢູ່ເຂດ 8 ນະຄອນໂຮ່ຈິມິນ.

ທ້າວ ຫວູຮວ່າງແອ້ງ ຫຼື Didona ຖືສັນຊາດອັງກິດ
ເມື່ອເຈົ້າໜ້າທີ່ຕິດຕາມສະພາບການພົວພັນຂອງພວກກ່ຽວ ຈຶ່ງສາມາດສືບຮູ້ໄດ້ວ່າ: ຜູ້ເປັນຫົວໂປ່ໂຕການໃນຂະບວນການນີ້ ແມ່ນລູກຊອດຫວຽດນາມ-ຝຣັ່ງ ທີ່ຊື່ວ່າ: ທ້າວ Didona ເຊິ່ງເປັນເປົ້າໝາຍໂຕການໃນຂະບວນການຜະລິດຢາເສບຕິດ ປະເພດຢາໄອສ໌ ຖືກເປີດເຜີຍໂສມໜ້າ.
ພັອ ເລ້ແທ້ງລ້ຽມ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນຄະດີຢາເສບຕິດ ໃຫ້ຮູ້ວ່າ: ທ້າຍເດືອນພຶດສະພາ 2018, ໃນຂະນະທີ່ທຸກພາກສ່ວນໄດ້ສຸມກຳລັງລົງຕິດຕາມເປົ້າໝາຍເຄືອຂ່າຍຜະລິດ ແລະ ຄ້າຂາຍຢາເສບຕິດທີ່ ທ້າວ ແອ້ງ ເປັນຫົວໂປ່ ແລະ ເຈົ້າໜ້າທີ່ບາງພາກສ່ວນໃນເທດສະບານຕົວເມືອງ ໃນນະຄອນໂຮ່ຈິມິນ ໄດ້ສືບຮູ້ວ່າ: ມີການຂົນສົ່ງຄ້າຂາຍຢາບ້າປະສົມ (ຢາອີ) ຈໍານວນຫຼາຍຜິດປົກກະຕິ, ຢາເສບຕິດດັ່ງກ່າວແມ່ນຖືກສົ່ງເຂົ້າຈຳໜ່າຍຕາມເທັກ, ບາ ຫຼື ຮ້ານບັນເທີງໃຫຍ່ ເຂດໃນເມືອງ.
ນອກຈາກນັ້ນ, ຢາເສບຕິດເຫຼົ່ານີ້ ຍັງຖືກສົ່ງກັບຂຶ້ນໄປຈຳໜ່າຍຕາມບັນດາແຂວງ ໃນເຂດພາກເໜືອ. ເພາະສະນັ້ນ, ເຈົ້າໜ້າທີ່ພວກເຮົາຈຶ່ງສັນນິຖານວ່າ: ແຫຼ່ງຜະລິດຢາເສບຕິດດັ່ງກ່າວ ຕ້ອງຢູ່ພາກໃຕ້ຢ່າງແນ່ນອນ ແລະ ອາດເປັນໄປໄດ້ວ່າ ແມ່ນມີການຜະລິດຢູ່ກັບທີ່ໃນບ່ອນໃດໜຶ່ງ ເຊິ່ງໜ້າຈະບໍ່ແມ່ນການນຳເຂົ້າຈາກນອກປະເທດ ເພາະວ່າລາຄາຈຳໜ່າຍຂອງເຄືອຂ່າຍນີ້ ແມ່ນມີລາຖືກ ເຊິ່ງເຮັດໃຫ້ຜູ້ຕິດຢາເສບຕິດ ແລະ ກຸ່ມເຄື່ອນໄຫວຄ້າຂາຍຍ່ອຍໃຫ້ການສົນໃຈ ແລະ ສາມາດຮັບປະກັນມີຢາສະໜອງໃຫ້ຕະຫຼອດບໍ່ຂາດ.

ໃນຂະນະດຽວກັນ, ກໍໄດ້ຮັບການລາຍງານຂ່າວຈາກພະນັກງານຕິດຕາມເປົ້າໝາຍ ທາງໃນເມືອງວ່າ: ກວດພົບສະຖານທີ່ ທ້າວ Didona ໃຊ້ເປັນບ່ອນຜະລິດຢາເສບຕິດແລ້ວ ເຊິ່ງຜູ້ກ່ຽວໄດ້ຜະລິດໃນຫ້ອງພັກ 2 ຄອນໂດ ຄື: ຫ້ອງພັກໃນຄອນໂດກາຍຫວຽດ ເຂດ 8 ແລະ ໃນຫ້ອງເທິງຕຶກ Vinhome ໃນເຂດບິ່ງແທ້ງ ນະຄອນໂຮ່ຈິມິນ; ນອກນັ້ນ, ຜູ້ກ່ຽວຍັງໄດ້ຈ້າງໝູ່ຂອງຜູ້ກ່ຽວ 2 ຄົນ ຜູ້ໜຶ່ງຢູ່ປະເທດໂຮນລັງ ແລະ ອີກຜູ້ໜຶ່ງຢູ່ຝຣັ່ງ ເປັນຜູ້ສົ່ງສານເຄມີທີ່ໃຊ້ຜະລິດເປັນຢາເສບຕິດຈາກປະເທດຕົ້ນທາງ ຜ່ານເສັ້ນທາງອາກາດໃຫ້.
ແຜນການຈັບເປົ້າໝາຍລາຍນີ້ ຖືກວາງແຜນການຢ່າງລະອຽດ, ເພາະວ່າຜູ້ກ່ຽວມີສັນຊາດຝຣັ່ງ ຖ້າຫາກຈັບແລ້ວບໍ່ມີຂອງກາງຄາມື ຫຼື ໃນເຮືອນບໍ່ສາມາດກວດພົບ ແນ່ນອນວ່າຈະພົວພັນເຖິງວຽກການຕ່າງປະເທດ ຢ່າງແນ່ນອນ.
ຍ້ອນການເຄື່ອນໄຫວທີ່ມີປະສົບການຫຼາຍປີ, ບັນດາພະນັກງານແຕ່ລະພາກສ່ວນ ໄດ້ກຳແໜ້ນກ່ຽວກັບຂໍ້ມູນການເຄື່ອນໄຫວຂອງພວກກ່ຽວ ຈຶ່ງເປັນໂອກາດດີໃຫ້ຜູ້ຊີ້ນຳນຳກຳລັງເຂົ້າຈັບຕົວພວກກ່ຽວໄດ້ທັງຫົວໂປ່ໂຕການຄື ທ້າວ Didona ພ້ອມດ້ວຍພັກພວກ ໃນວັນທີ 15 ມິຖຸນາ 2018, ກວດຄົ້ນສະຖານທີ່ພັກເຊົາ ແລະ ສະຖານທີ່ຊຸກເຊື່ອງຢາເສບຕິດຂອງເປົ້າໝາຍດັ່ງກ່າວ ທີ່ຕຶກຄອນໂດ ກາຍຫວຽດ ທີ່ເຂດ 8 ແລະ ອີກສອງສະຖານທີ່ຂອງຜູ້ກ່ຽວ ເຈົ້າໜ້າທີ່ກວດຢຶດຢາເສບຕິດ ປະເພດໂຄເຄນ 1 ກິໂລກຼາມ, ສານເຟຕາມິນ 1 ກິໂລກຼາມ ແລະ ຢາອີ 84.000 ເມັດ ເທົ່າກັບ 30,7 ກິໂລກຼາມ.

ເຈົ້າພໍ່ຄ້າ-ຂາຍຢາເສບຕິດລາຍໃຫຍ່
ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ Didona ຮັບສາລະພາບວ່າ: ຕົນເອງຮັບຜິດທຸກຂໍ້ກ່າວຫາ, ຍອມຮັບວ່າ ເປັນຄົນຜະລິດຢາເສບຕິດ ແລະ ມີສານເຄມີຜະລິດຢາເສບຕິດຜິດກົດໝາຍ; ນອກນັ້ນ, ຍັງໄດ້ປະກອບເຄື່ອງຈັກ ແລະ ອຸປະກອນຜະລິດຢາເສບຕິດ ແລະ ໄດ້ຜະລິດຢາເສບຕິດສົ່ງໃຫ້ເປົ້າໝາຍ ຊື່ ຫງວຽນວັນແທ່ງ ເປັນຜູ້ຮອງຮັບເອົາທັງໝົດ, ໃນທຸກຄືນ ທ້າວ ແທ່ງ ຈະຮັບຜິດຊອບນຳຢາເສບຕິດ ປະເພດຢາອີ ຈຳນວນ 15.000-20.000 ເມັດ ເພື່ອນຳໄປຂາຍຕໍ່ໃຫ້ກັບກຸ່ມເຄືອຂ່າຍຂາຍຍ່ອຍ ດ້ວຍລາຄາຂາຍຍ່ອຍ 200.000 ດົ່ງຕໍ່ເມັດ ແຕ່ລາຄາສົ່ງໃຫ້ແມ່ນ 140.000 ດົ່ງຕໍ່ເມັດ; ນັ້ນໝາຍຄວາມວ່າ, ທຸກຄືນ ທ້າວ Didona ຈະໄດ້ເງິນເຂົ້າຖົງຫຼາຍ ຕື້ດົ່ງ.
ທີ່ມາ ນສພ ຄວາມສະຫງົບ

Ad