Top Ad

header ads

ແຈ້ງການດ່ວນທີ່ສຸດ! ນ້ຳງື່ມຈະຖ້ວມຫຼາຍຂຶ້ນແຕ່ຄືນນີ້ຫາເຊົ້າມື້ອື່ນ ປະຊາຊົນຍົກຍ້າຍດ່ວນ



ເຂື່ອນໄຟຟ້ານ້ຳງື່ມ 1, ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ອອກແຈ້ງການ (ສະບັບທີ 3) ເລກທີ 3298/ຜ-ຟຟລ.ນງ ລົງວັນທີ 4 ກັນຍາ 2018 ໃນເວລາ 14:00 ໂມງ, ເນື່ອງຈາກວ່າປະຈຸບັນມີຮ່ອງມໍລະສຸມ (ຮ່ອງຝົນ) ພັດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ສົມທັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງພັດຜ່ານ ເຮັດໃຫ້ບໍລິເວນອ່າງໂຕ່ງນ້ຳງື່ມ 1 ເກີດມີຝົນຕົກຕໍ່ເນື່ອງກັນມາແຕ່ວັນທີ 3-4 ກັນຍາ ແລະ ຄາດວ່າຈະຕົກໄປຈົນເຖິງວັນທີ 9 ກັນຍາ 2018 ຕາມການພະຍາກອນຂອງກົມອຸຕຸນິຍົມ, ສົມທົບກັບເຂື່ອນໄຟຟ້ານໍ້າງື່ມ 2 ປ່ອຍນໍ້າລົງມາເປັນຈຳນວນຫຼວງຫຼາຍໃນປະລິມານ 1.933 ແມັດກ້ອນ/ວິນາທີ.

ເຊິ່ງນັບແຕ່ເວລາ 8:00 ຫາ 12:00 ໂມງຂອງວັນທີ 4 ກັນຍາ 2018 (ມື້ນີ້) ມີປະລິມານໍ້າໄຫຼເຂົ້າອ່າງນໍ້າງື່ມ 1 ສະເລ່ຍ 4.158 ແມັດກ້ອນ/ວິນາທີ ໄດ້ເຮັດໃຫ້ລະດັບນໍ້າໜ້າເຂື່ອນສູງຂຶ້ນ 1 ຊັງຕີແມັດກວ່າຕໍ່ໜຶ່ງຊົ່ວໂມງ, ມາເຖິງເວລາ 13:00 ໂມງ ຂອງມື້ນີ້ ລະດັບນໍ້າຂຶ້ນເຖິງ 213,06 ແມັດ (masl) ເພື່ອຮັກສາຄວາມປອດໄພຂອງໂຕເຂື່ອນ ຈຶ່ງມີຄວາມຈໍາເປັນເປີດປະຕູນໍ້າຂຶ້ນຈາກ 4 ແມັດ, ມາເປັນ 4,3 ແມັດ ໃນເວລາ 13:50 ໂມງ.

ສ່ວນປະລິມານນໍ້າທີ່ລະບາຍຜ່ານປະຕູນໍ້າລົ້ນ 1.656 ແມັດກ້ອນ/ວິນາທີ ແລະ ນໍ້າຜ່ານກົງຫັນ (ນໍ້າແລ່ນຈັກ) 520 ແມັດກ້ອນ/ວິນາທີ ເຊິ່ງລວມກັນແລ້ວເປັນຈໍານວນ 2.176 ແມັດກ້ອນ/ວິນາທີ ແລະ ໃນເວລາ 12:00 ໂມງ ລະດັບນໍ້າຢູ່ປາກກະຍຸງເທົ່າກັບ 11,62 ແມັດ. ມີປະລິມານການໄຫຼ 3.224,7 ແມັດກ້ອນ/ວິນາທີ ແລະ ໃນເວລາ 2-3 ຊົ່ວໂມງຕໍ່ໜ້າ ຈະເຮັດໃຫ້ລະດັບນໍ້າເພີ່ມສູງຂຶ້ນປະມານ 20-30 ຊັງຕີແມັດ ແລະ ຢູ່ເຂດເມືອງ ທຸລະຄົມ ຈະເພີ່ມຂຶ້ນ 5-10 ຊົ່ວໂມງຂ້າງໜ້າຕາມໄລຍະທາງຂອງສາຍນໍ້າ, ສົມທົບກັບນໍ້າຊອງທີ່ມີປະລິມານການໄຫຼເພີ່ມຂຶ້ນຈາກ 723 ແມັດກ້ອນ/ວິນາທີ ໃນເວລາ 8:00 ໂມງ ມາເປັນ 824,8 ແມັດກ້ອນ/ວິນາທີ ໃນເວລາ 13:30 ໂມງ, ເມື່ອລວມກັບສາຍນໍ້າລີກ ແລະ ແຫຼ່ງນໍ້າອື່ນໆ ມີຄວາມອາກສາມາດຈະເຮັດໃຫ້ນໍ້າຖ້ວມເປັນບໍລິເວນກວ້າງໃນເຂດເມືອງ ທຸລະຄົມ, ໄຊທານີ ແລະ ເມືອງ ປາກງື່ມ ໃນຄໍ່າຄືນນີ້ ແລະ ມື້ອື່ນເຊົ້າ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງອຳນາດການປົກຄອງທ້ອງຖຶ່ນ, ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ທີ່ດຳລົງຊີວິດຢູ່ລຽບຕາມແຄມງື່ມ ທີ່ຢູ່ຈຸດພື້ນທີ່ຕໍ່າ ຈົ່ງເກັບມ້ຽນ ວັດຖຸສິ່ງຂອງ, ເຄື່ອນຍ້າຍສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ພ້ອມທັງຕິດຕາມຂໍ້ມູນຈາກຂ່າວສານຈາກທາງນໍ້າງື່ມ 1 ດ້ວຍ.





Ad