Top Ad

header ads

ດ່ວນ! ນັກຮຽນຕ່າງແຂວງທີ່ເສັງຕິດ ມຊ ແຕ່ມີບັນຫາດ້ານການເງິນ ສາມາດແລ່ນເອົາທຶນໄດ້ອ່ານເລີຍ

ຂ່າວດີໆສຸດໆ ສຳລັບນັກຮຽນຕ່າງແຂວງທີ່ເສັງຕິດ ມຊ ແຕ່ມີປັນຫາທາງດ້ານການເງິນ ຢາກຮຽນລ້າໆ, ຢາກມືເງິນເດືອນເວລາຮຽນ, ຢາກຮຽນເພີ່ມໂດຍບໍ່ເສຍຄ່າຫຍັງ ແລະ ມີຄ່າຫໍພັກຄ່າອຸປະກອນໃຫ້ໃນທຸກໆປີ ກໍາລັງຈະເປັນຄວາມຈິງແລ້ວ.

ຕາມການລາຍງານຂອງ Australia in Laos ຈະມີການໃຫ້ທຶນການສຶກສາ LANS ແລະ ຈະເປີດຮັບແບບຟອມສະໝັກແລ້ວ ໂດຍທຶນ LANS ຫຼື ທຶນການສຶກສາ ລາວ-ອົດສະຕຣາລີ ສຳລັບ ຮຽນພາຍໃນປະເທດ ເລີ່ມເປີດໃຫ້ນັກສຶກສາຜູ້ທີ່ ສອບເສັງເຂົ້າຮຽນປີທີ 1 ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລສຸພານຸວົງ ໄດ້ແລ້ວ.


ສໍາລັບຂັ້ນຕອນໃນການຢືນແບບຟອມ ແມ່ນສາມາດດາວໂຫຼດແບບຟອມສະໝັກຈາກເວັບໄຊ: www.laosaustraliainstitute.org ແລະ ໃຫ້ຍື່ນແບບຟອມດັ່ງກ່າວນີ້ໄດ້ທີ່ມະຫາວິທະຍາໄລທີ່ຕົນກໍາລັງຈະສຶກສາຢູ່ ນັບແຕ່ວັນທີ 17 ກັນຍາຈົນຮອດມື້ປິດຮັບສະໝັກ ໃນເດືອນຕຸລານີ້. ຢ່າລືມແຊຂ່າວຕໍ່ໃຫ້ໝູ່ເຈົ້າແດ່ເດີ.


ຂໍ້ມູນຈາກ: Australia in Laos
Ad