Top Ad

header ads

ຈັບໂຕຄົນຮ້າຍ ແລະ ຜູ້ບົງການຄາດຕະກໍາເຈົ້າຂອງໂຮງແຮມຕີ້ຮາວໄດ້ແລ້ວ


ຕາມການລາຍງານຂອງ ໜັງສືພິມ ລາວພັດທະນາໃຫ້ຮູ້ວ່າ: ໃນຕົ້ນເດືອນສິງຫາຜ່ານມາ, ໄດ້ເກີດເຫດຄາດຕະກໍາທ້າວ ໄຊຊະນະ ຫຍົດສະຫວັດ (ຫລີຈາວເຟີງ) ອາຍຸ 42 ປີ, ເຊື້ອຊາດຈີນ, ສັນຊາດລາວ, ອາຊີບນັກທຸລະກິດ ທັງເປັນເຈົ້າຂອງໂຮງແຮມຕີ້ຮາວ, ຢູ່ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ມາຮອດວັນທີ 31 ສິງຫາ ເຈົ້າໜ້າທີ່ລາວໄດ້ປະສານໄປຫາເຈົ້າໜ້າທີ່ຈີນເພື່ອຈັບຕົວຄົນຮ້າຍຊື່ທ້າວ ຊິງຍົງ ອາຍຸ 44 ປີ ແລະ ທ້າວ ເຊີນເພີງເຜິ້ງ ອາຍຸ 34 ປີ ສັນຊາດຈີນ ແລະ ຜູ້ບົງການຊື່ທ້າວ ເຕິງຈີຫລິງ ແລະ ທ້າວ ຖັງອີ້ຊຸ້ຍ ສັນຊາດຈີນ ພັກເຊົາ ແລະ ເຮັດທຸລະກິດຢູ່ລາວ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 11 ໂມງຂອງວັນທີ່ 12 ສິງຫາ 2018 ໄດ້ຮັບແຈ້ງວ່າມີເຫດຄາດຕະກໍາຢູ່ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ຜູ້ເສຍຊີວິດຊື່ທ້າວ ໄຊຊະນະ ຫຍົດສະຫວັດ, ສະພາບສົບຖືກແທງດ້ວຍຂອງມີຄົມດ້ານຫລັງ 3 ຈຸດ ແລະ ຕູ້ເຊັບພາຍໃນເຮືອນຖືກຄົນຮ້າຍເອົາໄປ ແລະ ຜ່ານການເກັບກໍາຂໍ້ມູນຫລັກຖານ ແລະ ພະຍານແວດລ້ອມ ຮູ້ວ່າ: ໃນເວລາປະມານ 4:23 ໂມງຂອງມື້ເກີດເຫດ, ໄດ້ມີຄົນຮ້າຍສອງຄົນໃສ່ຊຸດດໍາເຂົ້າໄປໃນເຮືອນຫລັງດັ່ງກ່າວ, ຈົນຮອດເວລາ 7:12 ໂມງຂອງວັນດຽວກັນຄົນຮ້າຍທັງສອງໄດ້ປີນອອກຈາກເຮືອນ ພ້ອມຖືກະເປົາສີດໍາ 3 ໜ່ວຍໄປພ້ອມ, ໂດຍຄົນຮ້າຍໄດ້ໄປເອົາລົດຈັກທີ່ຈອດໄວ້ໃກ້ຮ້ານຂາຍເຄື່ອງຫ່າງຈາກຈຸດເກີດເຫດປະມານ 100 ແມັດແລ້ວຫລົບໜີໄປຕາມເສັ້ນທາງເລກ 13 ເໜືອລ້ຽວເຂົ້າເສັ້ນທາງທົ່ງປົ່ງ ແລະ ເຂົ້າໄປບ້ານໂພນສົມບູນ, ເມືອງສີໂຄດຕະບອງ ແລ້ວໄດ້ຖີ້ມລົດໄວ້ໃນເຂດບ້ານດັ່ງກ່າວ. 

ມາຮອດວັນທີ 21 ສິງຫາ 2018 ເຈົ້າໜ້າທີ່ໄດ້ເອົາລົດຈັກດັ່ງກ່າວມາກວດກາພົບວ່າຄົນຮ້າຍໄດ້ຊື້ມາຈາກຮ້ານຂາຍລົດມືສອງຢູ່ບ້ານໜອງແຕ່ງ, ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ ສປຈີນ ກວດກາສອງຄົນດັ່ງກ່າວແລ້ວຮູ້ວ່າໄດ້ອອກຈາກປະເທດລາວໄປຈີນແລ້ວ, ຈາກນັ້ນໄດ້ປະສານສົມທົບກັບຕໍາຫລວດແຂວງຫູໜານ ສປຈີນ ກັກຕົວທັງສອງໃນວັນທີ 31 ສິງຫາ 2018.


ຜ່ານການສຶບສວນ-ສອບສວນ ທັງສອງໄດ້ຮັບສາລະພາບວ່າໄດ້ຮ່ວມກັນລົງ ມືຄາດຕະກໍາທ້າວໄຊຊະນະແທ້ ໂດຍໃຊ້ມີດ 2 ດວງ ແລະ ປືນສັ້ນ 2 ກະບອກ, ພາຍຫລັງກໍ່ເຫດແລ້ວໄດ້ເອົາເງິນໃນຕູ້ເຊັບໜີໄປ ລວມມີເງິນ 150 ລ້ານກີບ, 560 ພັນຢວນ (ສະກຸນເງິນຈີນ), 58.200 ບາດ (ສະກຸນເງິນໄທ), 5 ລ້ານກວ່າດົງ (ສະກຸນເງິນຫວຽດນາມ), 47 ພັນໂດລາຮົງກົງ (ສະກຸນເງິນຮົງກົງ) ແລະ ຊັບສີນອື່ນໆຈໍານວນໜຶ່ງ. 


ພ້ອມທັງຊັດທອດຜູ້ບົງການສອງຄົນຄື: ທ້າວ ເຕິງຈີຫລິງ ແລະ ທ້າວ ຖັງອີ້ຊຸ້ຍ ສັນຊາດຈີນ ເຮັດທຸລະກິດຢູ່ລາວ, ພັກເຊົາຢູ່ອາພາດເມັນຕະຫລາດຊັງຈຽງ, ນະຄອນຫລວງວຽງຈັນ. ຈຶ່ງໄດ້ນໍາກໍາລັງເຂົ້າກັກຕົວໃນວັນທີ 2 ກັນຍາ 2018 ແລະ ຜ່ານການສືບສວນເບື້ອງຕົ້ນເຫດຄາດ ຕະກໍາຄັ້ງນີ້ ແມ່ນຍ້ອນຂໍ້ຂັດແຍ່ງທາງທຸລະກິດ.




ຂອບໃຈຂໍ້ມູນ: ນສພ ລາວພັດທະນາ
Ad