Top Ad

header ads

ເຫດນ້ຳຖ້ວມສູງໄຟຟ້າຊອດເສຍຊິວິດ ເຂດບ້ານໂນນບໍ່ແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ


ໃນວັນທີ 6 ກັນຍາ 2018, ເຈົ້າໜ້າທີ່ໜ່ວຍກູ້ໄພນະຄອນຫຼວງ ໄດ້ຮັບແຈ້ງເຫດເຂົ້າເບີ 1624 ວ່າມີ ຄົນຖືກໄຟຟ້າຊອດຢູ່ຖຽງນາ ເຂດບ້ານໂນນບໍ່ແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ. 
ຫຼັງຈາກນັ້ນ, ທີມງານກູ້ໄພຈຶ່ງໄດ້ໃຊ້ເຮືອອອກເດີນທາງເຂົ້າໄປພື້ນທີ່ເກີດເຫດ, ເຊິ່ງມີນໍ້າຖ້ວມເປັນບໍລິເວນກວ້າງ ພົບຜູ້ເສຍຊິວິດເປັນເພດຊາຍ ຖືກໄຟຟ້າຊອດເສຍຊິວິດຄາຖຽງນາ ຈຶ່ງໄດ້ນຳສົບອອກຈາກຈຸດນໍ້າຖ້ວມ ແລ້ວມອບໃຫ້ຍາດພີ່ນ້ອງຜູ້ເສຍຊີວິດນຳໄປບຳເພັນເຮັດພິທີທາງສາດສະໜາ.

ໃນໄລຍະນີ້, ມີຫຼາຍເຂດພື້ນທີ່ຖືກປະສົບໄພນ້ຳຖ້ວມຫຼາຍ. ສະນັ້ນ, ພໍ່-ແມ່ປະຊາຊົນ ຈົ່ງມີສະຕິໃນການໄປ-ມາ, ເບິ່ງເຮືອນຊານໃຫ້ດີ ແລະ ລະມັດລະວັງການນຳໃຊ້ໄຟຟ້າຢ່າງຖືກຕ້ອງ.







Ad