Top Ad

header ads

ແຈ້ງການ!! ປິດການສັນຈອນຊົ່ວຄາວ ລົດບັນທຸກ ແລະ ລົດເມ ທີ່ຈະເດີນ ທາງໄປຊຳເໜືອ-ພູເລົ້າ-ນໍ້າເນີນ-ເມືອງຮຽ້ມ


ໃນວັນທີ 3 ກັນຍາ 2018 ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫົວພັນ ອອກແຈ້ງການ ເຖິງບັນດາພໍ່ແມ່ປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນ, ຜູ້ປະກອບການຂົນສົ່ງ ກ່ຽວກັບການແຈ້ງປິດການສັນຈອນຊົ່ວຄາວສຳລັບລົດບັນທຸກ ແລະ ລົດໂດຍສານ 45 ບ່ອນນັ່ງ ເລີ່ມແຕ່ວັນທີ 4 ກັນຍາເປັນຕົ້ນໄປ.

ເສັ້ນທາງຈາກນໍ້າເນີນ ຫາ ເທດສະບານຕົວເມືອງຊໍາເໜືອ ແລະ ທາງພູເລົ້າ ຫາ ເມືອງຮ້ຽມ ປະຈຸບັນໄດ້ຮັບຜົນກະທົບຈາກພາຍຸ ແລະ ຝົນຕົກໜັກເຮັດໃຫ້ມີດິນເຈື່ອນຕັນທາງ, ໜ້າທາງຍຸບ ແລະ ຂົວຂ້າມນ້ຳເນີນ ຈຸດບ້ານຫົວຂົວ ຂາງແຕກ 1 ຂາງ ເຮັດໃຫ້ບໍ່ສະດວກໃນການສັນຈອນ ແລະ ບໍ່ຮັບປະກັນຄວາມປອດໄພ ໂດຍສະເພາະ ໄລຍະນີ້ລັດບັນທຸກໜັກ 15 ໂຕນ ລວມທັງລົດເມແມ່ນປິດໃຫ້ການສັນຈອນຊົ່ວຄາວ
Ad