Top Ad

header ads

ຈ້າງເຂົ້າວຽກ ຄິດດີແລ້ວບໍ່?


ຈາກປະເດັນຮູບທີ່ໂພສລົງໃນເຟສບຸກ ກະເປັນທີ່ວິພາກວິຈານກັນຫລາຍສົມຄວນ.
ເຊິ່ງຫົວຂໍ້ນີ້ຕ້ອງບອກກ່ອນວ່າເປັນຄວາມຄິດສ່ວນຕົວແລະປະສົບການທີ່ສະສົມມາມາເລົ່າສູ່ກັນຟັງເທົ່ານັ້ນ ບໍ່ໄດ້ເວົ້າເຫມົາລວມໃຜ ຂໍໃຫ້ຜູ້ທີ່ຫລົງເຂົ້າມາອ່ານໃຊ້ຈິດວິນຍານ(ວິຈາລະນາຍານ)ໃນການອ່ານ.
ວ່າກັນດ້ວຍເລື່ອງຈ້າງເຂົ້າເຮັດວຽກ ຂ້າພະເຈົ້າຮູ້ສຶກຂັດຫູຄັນຄໍຄັນຕາກັບສິ່ງທີ່ຄົນສ່ວນຫນຶ່ງມັກເວົ້າວ່າບໍ່ມີເງິນບໍ່ໄດ້ເຂົ້າເຮັດວຽກ ຕ້ອງມີເງິນຈ້າງຈັ່ງໄດ້ເຂົ້າ ຕ້ອງມີເສັ້ນສາຍ ຕ້ອງມີນັ້ນມີນີ້ ບລາໆໆໆ… ສະນັ້ນຂ້າພະເຈົ້າຈະຖາມຄຳຖາມກັບໄປຄືນວ່າ ເປັນຫຍັງຕ້ອງຈ້າງເງິນ?
ຕາມຄວາມຄິດສ່ວນຕົວແລ້ວການທີ່ຈະໄປສະມັກວຽກ ເຮົາຕ້ອງມີຄວາມພ້ອມ ຕ້ອງມີສິ່ງທີ່ຜູ້ຮັບເຂົາຢາກຈະຮັບເຮົາ ຕ້ອງຖາມໂຕເຮົາເອງວ່າເຮົາມີຫຍັງໃນໂຕເຮົາແນ່ທີ່ເຂົາຈະຮັບເຮົາ ທີ່ເຂົາຢາກໄດ້ເຮົາເຂົ້າໄປຮ່ວມວຽກນຳ.
ມີລຸ້ນນ້ອງຜູ້ຫນຶ່ງລາວຈົບຮຽນປະລິນຍາຕີ ລາວເປັນຄົນທີ່ຮຽນເກັ່ງ ດຸຫມັ່ນ ແລະ ຕັ້ງໃຈໃນການເຮັດສິ່ງໃດສິ່ງຫນຶ່ງ. ໃນຮົ້ວມະຫາໄລລາວກະເຂົ້າຮ່ວມກິດຈະກຳນີ້ນັ້ນ. ລາວມາປຶກສາກັບຂ້າພະເຈົ້າວ່າຢາກເຂົ້າເຮັດວຽກຢູ່ທະນາຄານ ແຕ່ບໍ່ຮູ້ຊິເຮັດແນວໃດ ຢ້ານເຂົາເອົາແຕ່ລູກເຈົ້າລູກນາຍ, ກະເລີຍບອກລາວໄປວ່າຖ້າສົມມຸດເຮົາເສັງໄດ້ແທ້ເດ ເຂົາກະຍັງຊິເອົາຢູ່ບໍ!! ຫລັງຈາກນັ້ນກະໄດ້ແນະນຳລາວໃຫ້ໄປທົບທວນບົດຮຽນ ເຊິ່ງກະຫມັ້ນໃຈຢູ່ແລ້ວເພາະລາວກະເປັນຄົນຕັ້ງໃຈຮຽນຢູ່ແລ້ວ ຄຳຖາມຄືຊິບໍ່ອອກນອກເຫນືອຈາກນັ້ນດອກ. ຫລັງຈາກນັ້ນຜົນເສັງອອກມາລາວຕິດ 1 ໃນ 5 ແຕ່ຈື່ບໍ່ໄດ້ວ່າອັນດັບທີເທົ່າໃດ ພໍຮອດຮອບສຳພາດລາວກະຜ່ານ ສຸດທ້າຍລາວກະໄດ້ເຂົ້າເຮັດວຽກຢູ່ທະນາຄານ ແລະ ກະໄດ້ເງິນເດືອນຫລາຍກວ່າຂ້າພະເຈົ້າອີກ ຫະຫະຫະ. ແລ້ວຖາມວ່າລາວຕ້ອງຈ້າງບໍ???
ທີ່ເລົ່າມາຢາກສື່ເຖິງວ່າ ຖ້າເຈົ້າຢາກເຂົ້າເຮັດວຽກເຈົ້າຕ້ອງຕັ້ງໃຈຫລາຍຢ່າງ ບໍລິສັດຫລືອົງກອນບໍ່ແມ່ນວ່າເຂົາຈະເອົາຄົນທີ່ເຮັດຫຍັງບໍ່ເປັນເຂົ້າມາເຮັດວຽກນຳ ເຂົາຕ້ອງການຄົນທີ່ມີຄວາມຮູ້ຄວາມສາມາດ. ຄົນທີ່ບອກວ່າຕ້ອງຈ້າງເຂົ້າຫມາຍເຖິງຄົນທີ່ບໍ່ຜ່ານການຄັດເລືອກ ແລ້ວມັນຈະມີຄົນທີ່ບໍ່ຫວັງດີບອກວ່າ “ຈ້າງແມະຊິເອົາເຂົ້າໃຫ້” ເຊິ່ງຄົນຜູ້ນັ້ນກະຢູ່ໃນບໍລິສັດດັ່ງກ່າວ ທີ່ອາດຈະມີອຳນາດໃນການຮັບພະນັກງານເຂົ້າມາເຮັດວຽກໄດ້ ແລ້ວກະໄປບອກພໍ່ບອກແມ່ວ່າເຂົາຕ້ອງຈ້າງເອົາຈັ່ງເຂົ້າເຮັດວຽກຢູ່ນັ້ນໄດ້ ທາງພໍ່ແມ່ກະເຂົ້າໃຈຜິດແລ້ວກະໄປບອກຕໍ່ເລື່ອງມັນກະເລີຍວ່າລາມໄປທົ່ວທີບ. ທັງໆທີ່ຕົ້ນເຫດມັນມາຈາກຜູ້ກ່ຽວເອງ ຜູ້ກ່ຽວເຮັດບໍ່ໄດ້ເອງ ຜູ້ກ່ຽວບໍ່ຕັ້ງໃຈຮຽນ ບໍ່ເກັບປະສົບການ ບໍ່ຮ່ວມກິດຈະກຳ ບໍ່ເປັນທີ່ຮູ້ຈັກ ບໍ່ສ້າງຜົນງານ ທຸກຢ່າງລ້ວນແຕ່ມາຈາກຜູ້ກ່ຽວເອງ.
ຜູ່ຂຽນບົດຄວາມ Savath Saypadith
ສະນັ້ນ, ສິ່ງທີ່ຢາກບອກຄື ຖ້າຢາກເຂົ້າເຮັດວຽກ ໃຫ້ຕັ້ງໃຈຮຽນ, ສ້າງຜົນງານ, ເຂົ້າຮ່ວມກິດຈະກຳ ບໍ່ວ່າກັບຫມູ່ຫລືກັບໃຜກະຕາມ, ເຂົ້າຮ່ວມສຳມະນາ, ເປັນອາສາສະມັກ, ເຮັດນັ້ນເຮັດນີ້, ເຂົ້າຮ່ວມໂຄງການ, …. ເຮັດທຸກຢ່າງເທົ່າທີ່ຈະເຮັດໄດ້ເພື່ອໃຫ້ເກີດຜົນດີແກ່ຕົນເອງ ແລະ ສ່ວນລວມ. ສິ່ງດັ່ງກ່າວນັ້ນມັນຈະເປັນຫມາກຜົນ ມັນຈະເປັນຜົນງານໃຫ້ເຮົາໃນການສະມັກວຽກນັ້ນເອງ.
ຂໍຈົບພຽງເທົ່ານີ້ ແຍກຍ້າຍ. ☺
ຂອບໃຈບົດຄວາມດີດີຈາກ Savath Saypadith
Ad