Top Ad

header ads

ຈັບເຈົ້າຂອງຮ້ານເຂົ້າປຽກຊື່ດັງ ຂາຍສິ່ງເສບຕິດຫາເງິນໃຊ້ໜີ້


ເຈົ້າຂອງຮ້ານເຂົ້າປຽກແຫ່ງໜຶ່ງ ຢູ່ເຂດປາກທ້າງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາລັກລອບຄ້າຂາຍເສບຕິດ ຍ້ອນຫາເງິນໃຊ້ໜີ້ຫວຍ ແລະເງິນມື້ລວມມູນຄ່າໜີ້ 130 ລ້ານກີບ.
ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງໃຫ້ຮູ້ວ່າ: ເຈົ້າຂອງຮ້ານເຂົ້າປຍກດັ່ງກ່າວ ຊື່ທ້າວ ນາສອນ ຫຼື ດ້າ ອາຍຸ 40 ປີ ຄ້າຂານ ຢູບ້ານປາກທ້າງ ຖືກເຈົ້າໜ້າທີ່ຈັບຕົວໃນວັນທີ 21 ກັນຍາ 2018 ພ້ອມຢາບ້າຈຳນວນ 298 ເມັດ ມາດຳເນີນຄະດີຕາມກົດໝາຍ ຜ່ານການສືບສວນຢ່າງລະອຽດຂອງເຈົ້າໜ້າທີ່ ຜູ້ກ່ຽວສາລະພາບວ່າ ແຮງຈູງໃຈເຮັດໃຫ້ລັກລອບຄ້າຂາຍຢາເສບຕິດ ເກີດຈາກການເຂົ້າຫວຍປະມານ 80 ລ້ານກີບ ແລະເອົາເງິນມື້ 50 ລ້ານກີບ ລວມມູນຄ່າ 130 ລ້ານກີບ ມາລົງທຶນເຮັດຮ້ານເຂົ້າປຽກ ໃນເບື້ອງຕົ້ນຮ້ານຜູ້ກ່ຽວກໍ່ໄດ້ຮັບຄວາມນິຍົມຈາກລູກຄ້າມີລາຍໄດ້ດີຂື້ນ. ແຕ່ເວລາຕໍ່ມາ ຜູ້ກ່ຽວບໍ່ສາມາດໃຊ້ຕົ້ນທຶນ ແລະດອກເບ້ຍເງິນຫວຍ ແລະ ເງິນທີ່ຢືມມາໄດ້ ຍ້ອນຕິດຫຼິ້ນກິນຟຸມເຟືອຍເກີດມີໜີ້ສິນຕິດໂຕ ຫຼັງຈາກຊີວິດປະເຊີນກັບນີ້ສິນ ຈຶ່ງຊອກຫາທາງອອກຫັນຕົວລັກລອບຄ້າຂາຍຢາບ້າຮ່ວມກັບຊາຍຄົນໜຶ່ງທີ່ເປັນລູກຄ້າມາກິນເຂົ້າປຽກຢູ່ໃນຮ້ານ ໂດຍໃຊ້ຮ້ານເຂົ້າປຽກເປັນບ່ອນຊື້-ຂາຍ.
ມື້ທຳອິດ ໄດ້ນຳເອົາຢາບ້າມາຂາຍຈພນວນ 200 ເມັດ ໃຊ້ເວລາຂາຍປະມານ 2-3 ມື້ກໍ່ໝົດ. ຈາກນັ້ນຈຶ່ງໄດ້ຕິດຕໍ່ຄ້າຂາຍກັບຊາຍຄົນດັ່ງກ່າວຈຳນວນຫຼາຍຄັ້ງຈົນບໍ່ສາມາດຈື່ໄດ້ ສຳລັບເງິນທີ່ໄດ້ຈາກການຂາຍຢາບ້າ ນຳເອົາໄປໃຊ້ຈ່າຍສ່ວນຕົວ ແລະໃຊ້ໜີ້ທີ່ຕິດຢູ່. ຄັ້ງຫຼ້າສຸດໄດ້ຊື້ຢາບ້າຈຳນວນ 300 ເມັດ ແຕ່ຈ່າຍເງິນເຄິ່ງໜຶ່ງ ຫຼັງຈາກນັ້ນກໍ່ນຳຢາບ້າໄປຂາຍໃຫ້ໄວລຸ້ນ 2 ເມັດ ຍັງເຫຼືອ 298 ເມັດ. ສຸດທ້າຍຖືກເຈົ້າໜ໊າທີ່ສືບຮູ້ ແລະເຂົ້າກັກຕົວມາດຳເນີນຄະດີ ສຳລັບຜູ້ທີ່ຮ່ວມຂະບວນການ ເຈົາໜ໊າທີ່ຍັງສອບຂະຫຍາຍຜົນ ແລະ ຕິດຕາມຈັບຕົວມາດຳເນີນຄະດີ.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ
Ad