Top Ad

header ads

ຕັດນິ້ວໂປ້ຖິ້ມ! ສາວກັດເລັບມືຈົນກ້ຽງ ລຸກລາມເປັນມະເຣັງຜິວໜັງ



ຕັດ​ນິ້ວ​ໂປ້ຖິ້ມ​! ວັນທີ​ 6 ກັນຍາ.​ Thesun ລາ​ຍ​ງານ​ເລື່ອງ​ລາວ​ຂອງ​ນັກ​ສຶກ​ສາ​ສາວ​ອອດ​ເຕ້​ເລຍ​ທີ່​ກັດ​ເລັບ​ຕັວ​ເອງ​ ຈົນ​ກາຍ​ເປັນ​ມະ​ເຮັງ​ຜິວ​ໜັງ​ຊະນິດ​ຫາ​ຍາກ​ແລະ​ຕ້ອງ​ຕັດ​ນິ້ວ​ຖິ້ມ​ໃນ​ທີ່ສຸດ​
ຄໍ​ຣົ໌ດ​ນີ​ຢ໌​ ວິດ​ຮໍ​ຣົ໌ນ​ ສາວ​ວັຍ​ 20 ປີ​ ຈາກ​ເມືອງ​ໂກລ​ດ໌​ໂຄດ​ຕ໌​ ລັດ​ຄວີນ​ສ໌​ແລນ​ດ໌​ ອອດ​ເຕ້​ເລຍ​ ກັດ​ເລັບ​ໝົດ​ທັງ​ນິ້ວ​ຫົວໂປ້ມື​ ຈົນ​ຊີ້ນ​ໃຕ້​ເລັບ​ກລາຍ​ເປັນ​ສີ​ດຳ​ແລ້ວ​ປິດ​ບັງ​ຄອບຄົວ​ແລະ​ເພື່ອນ​ຝູງ​ ໂດຍ​ໃສ​ເລັບ​ປອມ​ດົນ​ເຖິງ​ 4 ປີ​


ຄໍ​ຣົ໌ດ​ນີ​ຢ໌​ຕ້ອງ​ເຂົ້າ​ຮັບ​ການ​ຜ່າ​ຕັດ​ 4 ເທື່ອ​ ຊຶ່ງ​ເທື່ອ​ສຸດ​ທ້າຍ​ຕ້ອງ​ຕັດ​ນິ້ວໂປ້​​ມື​ອອກ​ຖາວອນ​ເມື່ອ​ອາທິດ​ກ່ອນ​ ຫຼັງ​ຈາກ​ເຂົ້າ​ຮັບ​ການ​ພິຈາລະນາ​ເມື່ອ​ເດືອນ​ ກໍລະກົດ ​ທີ່​ຜ່ານມາ​
ຕອນ​ແຮກ​ຄໍ​ຣົ໌ດ​ນີ​ຢ໌​ຈະ​ຖືຮັກສາ​ເລັບ​ເພື່ອ​ຄວາມ​ງາມ​ ແລະແພດ​ ​ແນະ​ນຳ​ໃຫ້​ເອົາ​ຊີ້ນ​ໃຕ້​ເລັບ​ທີ່​ມີ​ສີ​ດຳ​ອອກ​ ແຕ່​ກ່ອນ​ຜ່າ​ຕັດ​ເທື່ອ​ແຮກ​ ​ແພດ​ແຈ້ງ​ວ່າ​ມີ​ຫຍັງ​ຜິດ​ປົກກະຕິ​ແລະ​ຂໍ​ຕັດ​ຊິ້ນ ​ໄປ​ກວດ

ຄໍ​ຣົ໌ດ​ນີ​ຢ໌ ໄດ້ເວົ້າວ່າ:ແພດ​ໄດ້ທົດສອບ​ຫຼາຍ​ເທື່ອ​ຫຼາຍ​ຂຶ້ນ​ແລະ​ສົ່ງ​ຜົນ​ກວດ​ກັບ​ມາ ຂ້ອຍ​ຮູ້ວ່າ​ເປັນ​ມະ​ເຣັງ​ຜິວ​ໜັງ​ຊະນິດ​ເມ​ລາ​ໂນ​ມາ​ (Malignant melanoma) ຊຶ່ງ​ຫາ​ຍາກຫຼາຍໂດຍ​ສະເພາະ​ຄົນອາຍຸ​ດຽວ​ກັນ​ແລະ​ຂະໜາດ​ມະ​ເຮັງ​ດັ່ງ​ກ່າວ​ ຂ້ອຍ​ຮູ້ສຶກ​ຊັອກ​ຫຼາຍ​ຈົນ​ບໍ່​ຢາກ​ເຊື່ອ​ ແມ່​ຂອງ​​ຂ້ອຍ​ລະ​ເບີດ​ເປັນ​ນ້ຳ​ຕາ​ອອກ​ມາ​ເລີຍ​” 


ຫຼັງ​ຈາກ​ຜ່າ​ຕັດ​ເອົາ​ຊີ້ນ​ໃຕ້​ເລັບ​ອອກ​ເ​ປັ​ນ​ເທື່ອ​ທີ່​ 2 ຄໍ​ຣົ໌ດ​ນີ​ຢ໌​ເຂົ້າ​ຮັບ​ການ​ຖ່າຍ​ພາບ​ລັງສີ​ ​ດ້ວຍ​ການ​ປລ່ອຍ​ໂພ​ຊິດ​ຣອນ​ (PET) ເພື່ອ​ສ້າງ​ພາບ​ 3 ມິ​ຕິ​ ທີ່​ມີ​ຄວາມ​ລະອຽດ​ພາຍ​ໃນ​ນິ້ວ​ຫົວໂປ້​ມື​ ປາກົດ​ບໍ່​ພົບ​ເຊວ​ມະ​ເຮັງ​ອີກ​
1 ອາທິດ​ຕໍ່​ມາ​ ແພດ​ຜູ້​ຊ່ຽວ​ຊານ​ຈາກ​ນະຄອນ​ຊິດ​ນີ​ຢ໌​ແຈ້ງ​ ແພດ​ທີ່ ປິ່ນປົວ​ຄໍ​ຣົ໌ດ​ນີ​ຢ໌​ວ່າ​ ການ​ທີ່ ປິ່ນປົວ​ຈຳ​ເປັນ​ຕ້ອງ​ຕັດ​ນິ້ວ​ໂປ້​ມື​ຖິ້ມ​ ເນື່ອງ​ຈາກ​ເປັນ​ມະ​ເຮັງ​ຜິວ​ໜັງ​ຊະນິດ​ຫາ​ຍາກ​ຫຼາຍ​ ​ແພດ​ລົງ​ມື​ຜ່າ​ຕັດ​ເທື່ອ​ທີ່​ 3 ແຕ່​ເທື່ອ​ນີ້​ຜ່າ​ແຜລ​ນິ້ວ​ໂປ້ງ​ໃຫ້​ກວ້າງ​ຂຶ້ນ​ເພື່ອ​ເອົາ​ເຊວ​ມະ​ເຮັງ​ອອກ​ຫຼາຍ​ຂຶ້ນ​ ແຕ່​ສຸດ​ທ້າຍ​ຕ້ອງ​ຕັດ​ນິ້ວ​ໂປ້​​ມື​ເໜືອ​ຂໍ້​ນິ້ວ​ຂຶ້ນ​ໄປ​ໃນ​ການ​ຜ່າ​ຕັດ​ເທື່ອ​ທີ່​ 4

ຄໍ​ຣົ໌ດ​ນີ​ຢ໌​ ນັກ​ສຶກ​ສາ​ສາ​ຂາ​ຈິດ​ວິທະຍາ​ ຢັງ​ຢູ່​ລະຫວ່າງ​ພັກ​ຟື້ນ​ ຈຶ່ງ​ຈຳ​ເປັນ​ຕ້ອງ​ພັກ​ການສຶກສາ​ທີ່​ມະຫາ​ວິທະຍາ​ໄລ​ກຣິ​ຟ​ຟິດ​ສ໌​ ແລະ​ກຳ​ລັງ​ຖ້າ​ຜົນ​ການ​ຜ່າ​ຕັດ​ນິ້ວ​ໂປ້​ມື​ ແລະ ແພດ​ຈະ​ເຝົ້າ​ເບິ່ງ​ຕິດ​ຕາມ​ຜົນ​ອີກ​ 5 ປີ​ຂ້າງ​ໜ້າ​

ຄໍ​ຣົ໌ດ​ນີ​ຢ໌ ໄດ້ເວົ້າວ່າ:ງານ​ວິ​ໄຈບໍ່​ພຽງ​ພໍ​ທີ່​ຈະ​ລະ​ບຸ​ວ່າ​ ອັດຕາ​ການ​ຫຼອດ​ຊີວິດ​ຫລື​ໂອ​ກາດ​ກັບ​ມາ​ເປັນ​ມະ​ເຮັງ​ຜິວ​ໜັງ​ຊະນິດ​ນີ້​ອີກ​ສູງ​ປານໃດ​ ເນື່ອງ​ຈາກ​ເຮົາ​ບໍ່​ຮູ້​ເລື່ອງ​ນີ້​ຫລາຍ​ ຂ້ອຍຮ້ອງ​ໄຫ້​ທຸກ​ເທື່ອ​ທີ່​ເລື່ອງ​ນີ້​ຖືກ​ຢົກ​ຂຶ້ນ​ມາ​”


ຄໍ​ຣົ໌ດ​ນີ​ຢ໌​ເລົ່າ​ວ່າ​ ເມື່ອ​ອາຍຸ​ 16 ປີ​ ກລາຍ​ເປັນຜູ່​ຖືກ​​ທຳຮ້າຍ​ໃນ​ໂຮງຮຽນ​ ຈົນ​ເກີດ​ຄວາມ​ຄຽດ​ແລະ​ກາງ​ວົນ​ ຊຶ່ງ​ກະຕຸ້ນເຮັດໃຫ້​ພຶດຕິກຳ​ກັດ​ເລັບ​ຫຼາຍ​ຂຶ້ນ​

ຄໍ​ຣົ໌ດ​ນີ​ຢ໌ ໄດ້ເວົ້າວ່າ:​ຂ້ອຍ​ກັດ​ເລັບ​ມາ​ທັງ​ຊີວິດ​ ຕັ້ງແຕ່​ ອາຍຸ​ ​ 11 ປີ​ ​ຂ້ອຍ​ເປັນ​ນັກ​ຮຽນ​ມັດ​ຍົມ​ສຶກ​ສາ​ ແລະ​ຖືກ​ທຳຮ້າຍ​ໃນ​ໂຮງຮຽນ​ຢູ່​ຕະຫຼອດ​ ມີ​ຂ່າວ​ລື​ກ່ຽວກັບ​​ຂ້ອຍ​ຫຼາຍ​ຢ່າງ ຖ້າ​ຂ້ອຍ​ນັ່ງ​ກິນເຂົ້າ​ສວຍ  ຈະ​ຖືກ​ນັກ​ຮຽນ​ເພີກ​ເສີຍຄື່​ຂາດ​ຕົວ​ຕົນ​ ນິ​ໄສ​ກັດ​ເລັບ​ຈຶ່ງ​ກາຍ​ເປັນ​ກົນ​ໄກ​ຈັດການ​ຄວາມ​ຄຽດ​ຕົວ​ຂ້ອຍ​ ​ຂ້ອຍ​ບໍ່​ຮູ້​ຕົວ​ວ່າ​ກັດ​ເລັບ​ຫົວໂປ້ມື​ຕົວ​ເອງ​ໝົດ​ທັງ​ນິ້ວ​ ຈົນ​ເຫັນ​ເລືອດ​ໄຫຼ​ອອກ​ມາ​ເປື້ອນ​ມື​​”
ຢ່າງໃດ​ກໍ​ດີ​ ໄທ​ສັນ​ ດອນ​ເນນ​ລີ​ຢ໌​ ເພື່ອນ​ນັກ​ຮຽນ​ໜຸ່ມຄົນ​ດຽວ​ ທີ່ຄອຍ​ຖ້າ​ຢູ່​ຄຽງ​ຂ້າງ​ຄໍ​ຣົ໌ດ​ນີ​ຢ໌​ໃນ​ຊ່ວງ​ຖືກ​ທຳຮ້າຍ​ໃນ​ໂຮງຮຽນ​ ຈົນ​ທັງ​ຄູ່ກ​າຍ​ເປັນ​ຫຼາຍກວ່າ​ເພື່ອນ​ແລະ​ຄົບ​ຫາ​ກັນ​ 4 ປີ​ແລ້ວ​ ສ່ວນ​ຄໍ​ຣົ໌ດ​ນີ​ຢ໌​ຕ້ອງ​ການ​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ລາວເພື່ອ​ໃຫ້​ຄົນ​ອື່ນ​ຮູ້​​ເຖິງ​ໄພ​ໃກ້​ໂຕ​ດັ່ງ​ກລ່າວ​.
ຮຽບຮຽງໂດຍ Youlikelao.com
Ad