Top Ad

header ads

ລັດຖະບານຈີນຊີ້ “ຟ່ານ ປິງປິງ” ເປັນຕົວຢ່າງບໍ່ດີຂອງສັງຄົມ ຖ້າສານພິຈາລະນາວ່າມີຄວາມຜິດແທ້ ໂທດອາດໜັກເຖິງຂັ້ນປະຫານຊີວິດ



ລາຍງານຊ່ວງປີ 2017-2018 ຂອງໄຊນ່າ ຟີມ ແອນ ເທເລວິເຊິນ ສະຕາຣ ໂຊຊ້ຽວ ເຣສພອນຊິບິລິຕີ້ ຣີ ພອຣທ ມີໜ້າທີ່ຈັດອັນດັບເຫຼົ່ານັກສະແດງຊື່ດັ່ງຂອງຈີນ ໂດຍໃຊ້ເກນພິຈາລະນາ 3 ເກນຄື ຄວາມເປັນມືອາຊີບໃນການເຮັດວຽກ ການເຮັດວຽກດ້ານການກຸສົນ ແລະ ຄວາມຊື່ສັດສ່ວນບຸກຄົນ ທີ່ຜ່ານມາໜ່ວຍງານນີ້ຂອງຈີນ ມັກອອກລາຍການຊື່ນຊົມບັນດານັກສະແດງຊື່ດັງທີ່ສ້າງຄຸນງາມຄວາມດີຕາມເກນທີ່ກໍານົດວ່າເປັນຕົ້ນແບບທີ່ດີຕໍ່ປະຊາຊົນ ໂດຍສະເພາະເຍົາວະຊົນພາຍໃນປະເທດ ຂະນະດຽວກັນກໍ່ປະນາມ ຫຼື ຕີແຜ່ດາລາທີ່ມີພຶດຕິກໍາກົງກັນຂ້າມກັບເກນທີ່ສົ່ງຜົນກະທົບຕໍ່ທາງລົບຕໍ່ສັງຄົມ

ໃນກໍລະນີ ຟ່ານ ປິງປິງ ນາງເອກສາວຊື່ດັງ ໄວ 36 ປີ ທີ່ຢູ່ພາຍໃຕ້ການຄວບຄຸມໂຕ ແລະ ກໍາລັງເຂົ້າສູ່ການພິຈາລະນາຄະດີ ແລະ ມີແນວໂນ້ມວ່າອາດຈະມີສ່ວນພົວພົນກັບທຸລະກິດປ່ອຍສິນເຊື່ອອີກດ້ວຍ



ຄະດີຂອງຟ່ານ ປິງປິງ ເລີ່ມຕົ້ນເມື່ອເດືອນ ພຶດສະພາ ທີ່ຜ່ານມາ ໂດຍ ທ້າວ ກຸຍ ຢົງຫວນ ໂປດິວເຊີລາຍການໂທລະທັດຂອງຈີນ ເປີດເຜີຍການເຮັດສັນຍາ 2 ສະບັບກັບນາງເອກສາວຊື່ດັງ ໂດຍສະບັບທໍາອິດມີມູນຄ່າ 2 ລ້ານໂດລາ ຂະນະທີ່ອີກສະບັບໜຶ່ງມີມູນຄ່າ 10 ລ້ານໂດລາ ເຊິ່ງຟ່ານ ປິງປິງ ນໍາສະເພາະສັນຍາສະບັບທໍາອິດໄປຢື່ນຕໍ່ພາສີອາກອນ ແຕ່ນາງເອກສາວປະຕິເສດຂໍ້ກ່າວຫານີ້ ພ້ອມທັງຕັ້ງທີມທະນາຍຄວາມສູ້ຄະດີ ທັງນີ້ຖ້າສານພິຈາລະນາວ່າຟ່ານ ປິງປິງ ມີຄວາມຜິດແທ້ ໂທດອາດໜັກເຖິງຂັ້ນປະຫານຊີວິດ

Ad