Top Ad

header ads

ສປປ ລາວ ໄວ້ອາໄລລະດັບຊາດໃຫ້ສະຫາຍ ເຈິ່ນ ດ໋າຍ ກວາງ ປະທານປະເທດແຫ່ງ ສສ ຫວຽດນາມ


ເພື່ອເປັນການໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ເຈິ່ນ ດ໋າຍ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ອະດີດປະທານປະເທດແຫ່ງ ສສ ຫວຽດນາມ ທີ່ເປັນເພື່ອນມິດສະຫາຍທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ສະບັບເລກທີ 1577/ຫສນຍ ລົງວັນທີ 24 ກັນຍາ 2018 ເຖິງບັນດາທ່ານລັດຖະມົນຕີ, ຫົວໜ້າຫ້ອງການລັດທຽບເທົ່າກະຊວງ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງໃນທົ່ວປະເທດ ຈັດຄະນະໄປວາງພວງມາລາ ແລະ ຂຽນປື້ມ ຢູ່ໃນສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສະຖານກົງສູນໃຫຍ່ຂອງ ສສ ຫວຽດນາມທີ່ປະຈຳຢູ່ແຕ່ລະພາກ ໃນວັນທີ 26-27 ກັນຍາ 2018, ພ້ອມກັນນັ້ນ ກໍ່ໃຫ້ສຳນັກງານອົງການຂອງພັກ, ລັດ, ກຳລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງມະຫາຊົນທັງສູນກາງ ແລະ ທ້ອງຖິ່ນ ເອົາທຸງລົງເຄິ່ງເສົາ ເລີ່ມແຕ່ເວລາ 6:00 ໂມງເຊົ້າ ຂອງວັນທີ 26 ກັນຍາ 2018 ຫາເວລາ 18:00 ໂມງຂອງວັນທີ 27 ກັນຍາ 2018 ແລະ ໄລຍະດັ່ງກ່າວແມ່ນໃຫ້ງົດຈັດກິດຈະກຳມ່ວນຊື່ນທີ່ເປັນລັກສະນະມ່ວນຊື່ນ.
Ad