Top Ad

header ads

ສາຍລັບ C I A ຂອງອາເມຣິກາ ກຽມເພີ່ມຈໍານວນສາຍລັບທົ່ວໂລກ


ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ກັນຍາ 2018 ນີ້ວ່າ: ສໍານັກຂ່າວສານກາງຂອງອາເມຣິກາ (ຊີໄອເອ) ກຽມເພີ່ມຈໍານວນສາຍລັບທົ່ວໂລກ ຮັບມືກັບບັນຫາທ້າທາຍຈາກມະຫາອໍານາດອື່ນຢ່າງຣັດເຊຍ ແລະ ຈີນ
ທ່ານນາງ ຈີນາ ຮາສເພລ ຜູ້ອໍານວຍການຊີໄອເອ ລະບຸວ່າ ມີຄວາມຈໍາເປັນທີ່ຈະຕ້ອງປັບປຸງວຽກງານດ້ານຂ່າວສານໃນປະເທດທີ່ເປັນຄູ່ແຂ່ງສະຫະລັດ ທັງໃນປັດຈຸບັນ ແລະ ອານາຄົດ ແລະ ຄວນມີການປັບປຸງຍຸດທະສາດຈາກວຽກງານຕໍ່ຕ້ານການກໍ່ການຮ້າຍມາທີ່ວຽກງານຂ່າວສານຕາມແບບແຜນ

ການປະກາດເພີ່ມຈໍານວນສາຍລັບຂອງຊີໄອເອຄັ້ງນີ້ຖືເປັນການປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງທໍາອິດຂອງຜູ້ອໍານວຍການຊີໄອເອຫຼັັງຈາກທີ່ທ່ານເຂົ້າຮັບຕໍາແໜ່ງເມື່ອເດືອນພຶດສະພາທີ່ຜ່ານມາ ໂດຍ ຮາສເພລ ເຄີຍເບິ່ງແຍງຄຸກລັບໃນປະເທດໄທຫຼັງເກີດເຫດວິນາດຕະກໍາ 11 ກັນຍາ
ທັງນີ້ ການເຮັດວຽກຂອງຊີເອໄອ ຫຼື ໜ່ວຍສືບລາດຊະການລັບຂອງສະຫະລັດ ມີຈຸດມຸ່ງໝາຍໃນການສືບຂ່າວສານຂໍ້ມູນລັບໃນຕ່າງປະເທດ ໂດຍສະເພາະທາງດ້ານການທະຫານ ທີ່ສົ່ງຜົນຕໍ່ຄວາມໝັ້ນຄົງຂອງສະຫະລັດ ແລະ ເຈົ້າໜ້າທີ່ຊີເອໄອຈະແຊກຊືມຢູ່ໃນຫຼາກຫຼາຍສາຂາອາຊີບ ທັງໂປແກຼມເມີຣ ທະນາຍຄວາມ ນັກວິທະຍາສາດ ແພດ ແລະ ນັກວິເຄາະ ເຊິ່ງແຍກຍ່ອຍອອກໄປເປັນນັກວິເຄາະດ້ານການທະຫານ ການເມືອງ ຄວາມເປັນຜູ້ນໍາ ການຕໍ່ຕ້ານການກໍ່ການຮ້າຍ ການຄຸກຄາມຕໍ່ຕ້ານຂ່າວສານ ນັກວິເຄາະດ້ານເສດຖະສາດ ແລະ ນັກວິເຄາະດ້ານອາວຸດ.
Ad