Top Ad

header ads

FOX ສັ່ງຕັດສາກຂອງຮູບເງົາ The Predator ອອກເມື່ອນັກສະແດງເຄີຍມີຄະດີພາກຜູ້ເຍົາ


FOX ສັ່ງຕັດສາກໃນຮູບເງົາ ທີ່ຈະເຂົ້າສາຍໃນໂຮງຮູບເງົາອາທິດໜ້ານີ້ອອກ ຫຼັງຈາກມີປະເດັນຂອງນັກສະແດງເຄີຍມີຄະດີຂົ່ມຂືນເດັກນ້ອຍຮ່ວມສະແດງນໍາ ເພາະຜູ້ກໍາກັບຊ່ວຍໃຫ້ໂອກາດລາວໄດ້ມີວຽກເຮັດ.


ສໍານັກຂ່າວຕ່າງປະເທດລາຍງານວ່າ ສະຕູດີໂອຮູບເງົາຍັກໃຫ່ຍຢ່າງ ທະເວັນຕີ ເຊັນຈູຣີ ຟັອກ (20th Century FOX) ໄດ້ມີຄໍາສັ່ງໃຫ້ຕັດສາກ ຂອງນັກສະແດງສົມທົບຄົນໜຶ່ງໃນຮູບເງົາ The Predator ພາຍຫຼັງກາຍເປັນປະເດັນທາງສັງຄົມທີ່ລາວເຄີຍມີຄະດີ ແລະ ຈໍາຄຸກໂທດລ່ວງລະເມີດທາງເພດເຍົາວະຊົນ ໂດຍຜູ້ກໍາກັບຮູບເງົາກໍ່ມີສ່ວນຊ່ວຍເຫຼືອໃຫ້ນັກສະແດງຄົນນີ້ໄດ້ເຮັດວຽກອີກຄັ້ງ ທັງທີ່ຮູ້ວ່າເພື່ອນເຄີຍມີຄະດີອາຊະຍາກອນກ່ຽວກັບເດັກມາກ່ອນ.


ຮູບເງົາລະທຶກຂວັນ The Predator ທີ່ກໍາລັງຈະເຂົ້າສາຍໃນໂຮງຮູບເງົາທົ່ວໂລກ ໃນວັນທີ່ 14 ກັນຍາ 2018 ລວມເຖິງໂຮງຮູບເງົາໃນປະເທດລາວ ຕ້ອງຖືກນໍາກັບໄປຕັດຕໍ່ໃໝອີກຄັ້ງ ຫຼັງມີກະແສຮຽກຮ້ອງຈາກໜຶ່ງໃນນັກສະແດງນໍາ ໂອລິເວີ ມັນ ທີ່ໂພສຂໍ້ຄວາມວ່າບໍ່ເຫັນດີນໍາກັບການມີຜູ້ທີ່ເຄີຍມີຄະດີລ່ວງລະເມີດທາງເພດກັບເດັກມາປະກົດຕົວຢູ່ໃນຮູບເງົາເລື່ອງນີ້.
ນັກສະແດງທີ່ມີຄະດີດັ່ງກ່າວຄື ສະຕີເວນ ໄວເດີ ເປັນນັກສະແດງສົມທົບ ແລະ ຕົວປະກອບ ແຕ່ມີເສັ້ນສາຍ ແລະ ເປັນເພື່ອນຊະນິດກັບ ເຈມສ໌ ແບລັກ ຜູ້ກໍາກັບຮູບເງົາ The Predator ຈຶ່ງໄດ້ມີໂອກາດໄດ້ເຮັດວຽກສະແດງອີກຄັ້ງ ຈົນມີສື່ທ້ອງຖິ່ນ ລອສແອງເຈລິສ ໄທມ໌ ໄດ້ຄົ້ນຂໍ້ມູນແລ້ວເຫັນວ່າ ສະຕີເວນ ໄວເດີ ເຄີຍມີຄະດີດັງກ່າວກັບເດັກນ້ອຍ ເພດຍິງ ອາຍຸ 14 ປີ ໃນຣັດຄອນເນດທີຄັດ ເມື່ອ 10 ປີກ່ອນໂດຍຖືກຈໍາຄຸກ 6 ເດືອນ.


ແຕ່ຫຼັງຈາກພົ້ນໂທດອອກມາແລ້ວ ລາວຍັງໄດ້ຮັບໂອກາດກາຍເປັນນັກສະແດງສົມທົບຫຼາຍເລື່ອງ ໂດຍສະເພາະຮູບເງົາທີ່ມີ ເຈມ໌ ແບລັກເພື່ອນຊະນິດ ເປັນຜູ້ກໍາກັບ ບໍ່ວ່າຈະເປັນ Iron Man 3, The Nice Guys ຈົນມາຮອດ The Predator ທີ່ລ່າສຸດທາງ FOX ໄດ້ສັ່ງຕັດສາກທີ່ມີລາວອອກໄປແລ້ວ ເຊິ່ງພົບວ່າມີລາວຢູ່ພຽງສາກດຽວໃນຮູບເງົາເລື່ອງນີ້.
ຂະນະທີ່ທາງດ້ານຜູ້ກໍາກັບ ເຈມ໌ ແບລັກ ໄດ້ອອກມາຖະແຫຼງຂ່າວຂໍໂທດ ແລະ ເສຍໃຈກັບກໍລະນີດັ່ງກ່າວ ຍອມຮັບວ່າຕັ້ງໃຈຊ່ວຍເຫຼືອເພື່ອນຄົນນີ້ໃຫ້ມີວຽກເຮັດ ເຖິງວ່າຈະຮູ້ດີວ່າເພື່ອນເຄີຍມີຄະດີມາກ່ອນ ແຕ່ ເຈມ໌ ແບລັກ ເຊຶ່ອວ່າ ຄົນເຮົາຄວນຊ່ວຍເຫຼືອ ແລະ ໃຫ້ ໂອກາດຄົນທີ່ເຄີຍລົ້ມໃຫ້ໄດ້ລຸກຂຶ້ນມາອີກຄັ້ງ ສໍາຫຼັບປະເດັນນີ້ ລາວຮູ້ສຶກຜິດຫວັງ ແລະ ຂໍໂທດສັງຄົມທີ່ເຮັດໃຫ້ເລື່ອງແບບນີເກີດຂຶ້ນ.
Ad