Top Ad

header ads

ງານຖະແຫຼງຂ່າວ ເປີດໂຕໂຄງການ Miss Tourism Queen Laos 2018 ວັນທີ 14 ກັນຍາ 2018 ເວລາ 14:00-18:00 ມ. ທີ່ຫ້ອງປະຊຸມຊັ້ນ 14 ໂຮງແຮມ ດອນຈັນພາເລດ



Miss Tourism Queen Laos 2018 ເປີດປະສົບການຄັ້ງຍິ່ງໃຫຍ່ ຂອງວົງການປະກວດ ນາງງາມລາວ ບໍລິສັດ ທົວຣິສຊຶມ ຄວີນ ລາວ ຈຳກັດ ຜູ້ຖືລິຂະສິດ MISS TORISM QUEEN LAOS ໂດຍໄດ້ຮັບການສະໜັບສະໜູນຈາກພາກລັດ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ກົມໂຄສະນາການທ່ອງທ່ຽວ ໃຫ້ເປັນຜູ້ດຳເນີນ ຈັດໂຄງການ MISS TORISM QUEEN LAOS 2018 ໂດຍມີຈຸດປະສົງ ເພື່ອສົ່ງເສີມ ວັດທະນະທຳ ການທ່ອງທ່ຽວ ໃນ ສປປ. ລາວ ຮ່ວມກັບ ນະໂຍບາຍທາງລັດຖະບານລາວ ໃນການສົ່ງເສີມການທ່ອງທ່ຽວໃນປີ 2018 ແລະ ຍັງເປັນການເປີດໂອກາດໃຫ້ຊາວໜຸ່ມ ແມ່ຍິງລາວ ທົ່ວປະເທດ ໄດ້ມີໂອກາດສະແດງຄວາມສາມາດ ເປັນຕົວແທນໃນແຕ່ລະແຂວງ ຖ່າຍທອດເອກະລັກຄວາມເປັນລາວ ສ້າງພາບພົດ ສ້າງຊື່ສຽງໃຫ້ກັບປະເທດ ໃຫ້ເປັນທີ່ຮູ້ຈັກສູ່ສາກົນ ພາຍໃຕ້ຄຳຂວັນ (ສະໂລແກນ) MISS TORISM QUEEN LAOS ທູດວັດທະນະທຳແດນຈຳປາ ເປັ່ງປະກາຍຄວາມງາມ ສູ່ເວທີລະດັບໂລກ


ໂດຍໂຄງການ MISS TORISM QUEEN LAOS ຈະຄົ້ນຫາຕົວແທນສາວງາມ ແຕ່ລະແຂວງ ເພື່ອດຳລົງຕຳແໜ່ງ ທູດວັດທະນະທຳ ການທ່ອງທ່ຽວ ປະຈຳແຂວງ ແລະ ເຂົ້າຮ່ວມກິດຈະກຳການຝຶກຝົນ ພັດທະນານາງສາວ ເພື່ອໃຫ້ມີຄວາມຮູ້ ຄວາມສາມາດ ໃນທຸກໆດ້ານ ພ້ອມເຂົ້າປະກວດຄົ້ນຫານາງງາມຜູ້ຊະນະເລີດ ທີ່ຈະດຳລົງຕຳແໜ່ງເປັນ Queen ຂອງປະເທດ ເປັນນາງງາມທູດວັດທະນະທຳການທ່ອງທ່ຽວ ເຊິ່ງຕ້ອງເຮັດພາລະກິດ ປະສານງານສື່ສານ ໃນການປະຊາສຳພັນ ໂຄສະນາກິດຈະກຳຕ່າງໆ ເຊັ່ນ: ການໂຄສະນາປະເພນີ ວັດທະນະທຳ ກັບເທສະການທ່ອງທ່ຽວຕ່າງໆ ຂອງ ສປປ. ລາວ ໂດຍຮ່ວມມືກັບທາງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ
ທັງນີ້ ທາງໂຄງການໄດ້ຈັດການຖະແຫຼງຂ່າວເປີດໂຕໂຄງການ MISS TORISM QUEEN LAOS 2018 ໃນວັນສຸກທີ 14 ກັນຍາ 2018 ທີ່ໂຮງແຮມດອນຈັນພາເລດ ໂດຍມີທ່ານ ບຸນຕາ ເທບພະວົງ ຮອງເລຂາ ຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານ ສະມາຄົມນັກຂ່າວ ແຫ່ງ ສປປ. ລາວ, ທ່ານ ນາງ ຂັນທອງ ວົງຄີລີ ປະທານບໍລິສັດ ເຄວີ ທົວຣິສຊຶມ ຄວີນ ລາວ ຈຳກັດຜູ້ດຽວ ຮ່ວມເປັນປະທານ ເຊິ່ງປີນີ້ ທາງກອງປະກວດໄດ້ແຕ່ງຕັ້ງ ທ່ານ ເພບມະຫາວິໄຊ ໄຊທິລາດ (ຕ້າ ເອແພັກ) ເຊິ່ງເປັນຜູ້ທີ່ມີຊື່ສຽງໃນວົງການບັນເທີງລາວ ດຳລົງຕຳແໜ່ງ ຜູ້ອຳນວຍການ ໂຄງການ ມິສ ທົວຣິສຊຶມ ຄວີນ ລາວ ແລະ ຮ່ວມມືກັບບໍລິສັດ ອີອາເອັມ (ERM) ໄທແລນ ຈຳກັດ, ບໍລິສັດກ້າວໜ້າລາວ ເອັນເຕີເທຣນເມັນ ຈຳກັດ, ບໍລິສັດ ລາວສຕາຣ໌ ຈຳກັດ ຮ່ວມຈັດໂຄງການໃນຄັ້ງນີ້
ທາງໂຄງການ MISS TORISM QUEEN LAOS ໄດ້ກຽມແຜນກິດຈະກຳ ເພື່ອໃຫ້ປະຊາຊົນໄດ້ມີສ່ວນຮ່ວມ ເຊັ່ນ: ກິດຈະກຳ ໂຫວດມຸງກຸດອັນຊົງກຽດ ມຸງກຸດຈາກມະຫາຊົນ ພາຍໃຕ້ຊື່: ມຸງກຸດອັນຍະມະນີແມ່ນ້ຳຂອງ, ມຸງກຸດຈຳປານາລີ, ມຸງກຸດກັນລະຍາລ້ານຊ້າງ ເຊິ່ງຈະເປັນມຸງກຸດດຽວເທົ່ານັ້ນ ທີ່ຜູ້ຊະນະເລີດຈະໄດ້ຄອບຄອງ ຈາກການໂຫວດດຂອງມະຫາຊົນ, ເຊິ່ງກິດຈະກຳນີ້ ໄດ້ຮັບການສະໜັບສະໜູນ ຈາກຮ້ານຄຳສຳລານ ແລະ ໃນວັນທີ 5 ຕຸລາ 2018 ທາງໂຄງການຈະເປີດໂຕແທນນາງງາມ ທູດວັດທະນະທຳທ່ອງທ່ຽວ ປະຈຳແຂວງ ພ້ອມທັງພິທີມອບຕຳແໜ່ງສາຍສະພາຍນາງງາມວັດທະນະທຳ ການທ່ອງທ່ຽວປະຈຳແຂວງ ແລະ ການເປີດໂຕນາງງາມໃນຮອບ Preliminary ໃນຊຸດປະຈຳແຂວງ ແລະ ເດືອນຕຸລາ ທາງໂຄງການ ມີກິດຈະກຳຝຶກຝົນນາງງາມ ໂດຍມີຜູ້ມີຊື່ສຽງໃນວົງການບັນເທິີງ ແລະ ວົງການນາງງາມ ຮ່ວມຝຶກຝົນນາງງາມ ໃນຮູບແບບ Queen of Laos ຈະຖ່າຍທອດໃນຮູບແບບລາຍການ ຣຽລລິຕີ້ ຜ່ານທາງໂທລະພາບລາວສຕາຣ໌ ໂດຍປະຊາຊົນ ຈະໄດ້ມີສ່ວນຮ່ວມ ໃນການໂຫວດໃຫ້ຄະແນນລາງວັນນາງງາມ ໃນແຕ່ລະພາລະກິດ ພ້ອມທັງການໂຫວດນາງງາມ ຂວັນໃຈປະຊາຊົນ Popular Vote ນາງງາມແຂວງໃດໃນດວງໃຈ ແລະ ຜູ້ຮ່ວມໂຫວດນາງງາມ ກໍຈະລຸ້ນຮັບຂອງລາງວັນຈາກໂຄງການເຊັ່ນດຽວກັນ ທັງນີ້, ທາງໂຄງການ ຈະຈັດກິດຈະກຳ ນັນທະນາການ ໃນຮູບແບບທ່ອງທ່ຽວລາວ Roadshow ໃນເທສະການບຸນທາດຫຼວງ ເພື່ອໃຫ້ປະຊາຊົນ ແລະ ນາງງາມ ໄດ້ມີສ່ວນຮ່ວມກິດຈະກຳ ການທ່ອງທ່ຽວ ເຮັດບຸນຮ່ວມກັນ - ໂຄງການ MISS TORISM QUEEN LAOS ໄດ້ກໍານົດວັນຈັດການປະກວດ ຮອບສຸດທ້າຍ ໃນໄລຍະເທສະການບຸນນະມັດສະການພະທາດຫຼວງ ໃນວັນສຸກທີ 23 ພະຈິກ 2018 ເລີ່ມເວລາ 18:00-22:00 ມ. ທີ່ສູນການຄ້າ ລາວ-ໄອເຕັກ ຕຶກໃໝ່ ຊັ້ນ 7, ພາຍໃນງານ ມີກິດຈະກຳຂອງບູດຜູ້ສະໜັບສະໜູນໂຄງການ ຢ່າງຫຼວງຫຼາຍ ແລະ ຍັງມີໂຊນ Food & Beverage Lounges ແລະ Gala Dinner ເພື່ອຮອງຮັບແຂກຜູ້ມີກຽດ ບັນດາຜູ້ທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ ລວມເຖິງສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 400 ທ່ານ - ໂຄງການ MISS TORISM QUEEN LAOS ຖ່າຍທອດສົດການປະກວດ ຜ່ານທາງສະຖານີໂທລະພາບ ລາວສຕາຣ໌ ແລະ ທາງໂຊຊຽລ ເຟສບຸກ MISS TORISM QUEEN LAOS ໃຫ້ກັບຜູ້ຊົມທາງບ້ານ ໃນ ສປປ. ລາວ ແລະ ຜູ້ຊົມຈາກຕ່າງປະເທດອີກດ້ວຍ • ຕິດຕາມຂ່າວ ກິດຈະກຳໂຄງການໄດ້ທາງ Facebook Page # MISS TORISM QUEEN LAOS





ສອບຖາມລາຍລະອຽດເພີ່ມເຕີມ ຕິດຕໍ່ ທ່ານ ພອນໄຊໂຍ ຈັນທະເສນ ບັນນາທິການກອງປະກວດ MISS TORISM QUEEN LAOS ໂທຣ: 030 9561959 ວັອດແອັບ 020 54241032 ອີເມລ: pxyfreedom@gmail.com
Ad