Top Ad

header ads

ຣັດເຊຍ ກຽມຕິດຕັ້ງລະບົບປ້ອງກັນໄພທາງອາກາດ S-300 ໃຫ້ຊີເຣຍ


ເມື່ອ 24 ກັນຍາ 2018 ສໍານັກຂ່າວຣອຍເຕີລາຍງານວ່າ ປະທານາທິບໍດີວາລາດິເມຍ ປູຕິນ ຂອງຣັດເຊຍ ກ່າວກັບປະທານາທິບໍດີບາຊາຣ ອັລ ອັສຊາດ ແຫ່ງຊີເຣຍວ່າ ລັດຖະບານຣັດເຊຍຈະເດີນໜ້າພັດທະນາລະບົບປ້ອງກັນໄພທາງອາກາດໃຫ້ແກ່ກອງທັບຊີເຣຍ ຊາດພັນທະມິດໃນການນໍາມາໃຊ້ໂຈມຕີຕອບໂຕ້ຝ່າຍກົງກັນຂ້າມ ໂດຍຈະສົ່ງມອບລະບົບປ້ອງກັນໄພທາງອາກາດດ້ວຍຂີປະນາວຸດ S-300 ໃຫ້ແກ່ກອງທັບຊີເຣຍ

ທ່ານ ເຊີຣເກ ຊອຍກູ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ເຊິ່ງເປັນຜູ້ເປີດເຜີຍເລື່ອງນີ້ກັບນັກຂ່າວ ຍັງກ່າວດ້ວຍວ່າ ລະບົບປ້ອງກັນໄພທາງອາກາດ S-300 ອັນທັນສະໄໝ ຈະຖືກສົ່ງມອບໃຫ້ແກ່ກອງທັບຊີເຣຍພາຍໃນ 2 ອາທິດ ໂດຍລະບົບປ້ອງກັນໄພທາງອາກາດນີ້ຈະຊ່ວຍຍົກລະດັບສັກກະຍາພາບໃນການຕໍ່ສູ້ກັບຝ່າຍສັດຕູຢ່າງຫຼາຍ

ສໍາລັບການເຄື່ອນໄຫວດັ່ງກ່າວຂອງລັດຖະບານຣັດເຊຍມີຂື້ນຫຼັງຈາກເຮືອບິນລາດຕະເວນ IL-20 ລໍາໜຶ່ງຂອງຣັດເຊຍໄດ້ຖືກກອງທັບຊີເຣຍຍິງຕົກໂດຍບໍ່ໄດ້ຕັ້ງໃຈ ຂະນະກໍາລັງບິນກັບຖານທັບອາກາດ Hmeimim ທີ່ແຂວງລາຕາເກຍ ເຮັດໃຫ້ນັກບິນ ແລະ ທະຫານຣັດເຊຍເສຍຊີວິດຍົກລໍາ 15 ຄົນ ໂດຍອຸບັດຕິເຫດສຸດສະຫຼົດຄັ້ງນີ້ເກີດຂື້ນຂະນະລະບົບປ້ອງກັນໄພທາງອາກາດຊີເຣຍກໍາລັງຍິງສະກັດການໂຈມຕີຂອງກອງທັບອີສະຣາເອລ ທີ່ສົ່ງເຮືອບິນຂັບໄລ່ 4 ລໍາມາຍິງໂຈມຕີເປົ້າໝາຍໃນແຂວງລາຕາເກຍ.


Ad