Top Ad

header ads

ເຕືອນໄພ: ຢາປຸກ Sex ຂາຍຊະຕາມກຸ່ມອອນໄລ! ໄພໃກ້ຕົວສາວໆ ທີ່ມັກທ່ຽວກາງຄືນ


ໄລຍະຜ່ານມານີ້ ໄດ້ມີ ການນຳເອົາຢາ ປຸກເຊັກ ຫຼື ຢາກະຕຸ້ນ ຄວາມຢາກທາງເພດ ອອກຈຳໜ່າຍ ປະກາດຂາຍ ຕາມເຟສບຸກ ໂດຍສະເພາະ ຕາມກຸ່ມຂາຍເຄື່ອງຕ່າງໆ. ເຊິ່ງ ຢາຊະນິດນີ້ ແມ່ນຈະສົ່ງຜົນຕໍ່ລະບົບປະສາດ ໃຫ້ຜູ່ທີ່ໄດ້ກິນ ມີອາລົມທາງເພດ ແບບ ບໍ່ຮູ້ສຶກຕົວ.

ຈາກການໃຫ້ຂໍ້ມູນ ຂອງຜູ່ບໍ່ປະສົງອອກນາມ, ປະຈຸບັນ ມີກຸ່ມຄົນຈໍານວນໜື່ງ ສວຍໂອກາດ ນໍາໃຊ້ຢາດັ່ງກ່າວ ເພື່ອມອມສາວງາມ ທີ່ມັກໄປທ່ຽວຕາມເທັກບາ ແລະ ຮ້ານບັນເທີງ. ບາງກໍລະນີ ກໍ່ລັກເອົາໃສ່ຄົນອື່ນ, ບາງກໍລະນີ ກໍ່ເອົາໃສ່ໝູ່ເພື່ອກັນເອງ. ຈາກຂໍ້ມູນ ຂອງຜູ່ບໍ່ປະສົງອອກນາມ, ໃບບາງຮ້ານ ຄາລະໂອເກະ ແລະ ບັນເທີງ, ລູກຄ້າບາງຄົນແມ່ນລ໋ອກປະຕູຫ້ອງ ຄາລະໂອເກະ ແລະ ນໍາໃຊ້ ຢາຊະນິດນີ້ ມອມຜູ່ສາວ.
ສະນັ້ນ, ຈິ່ງເຕືອນໄພ ທຸກຄົນໃຫ້ລະມັດລະວັງ ໂດຍສະເພາະຍິງສາວ, ເພາະຢາຊະນິດນີ້ ແມ່ນບໍ່ມີກິ່ນມີສີ, ສາມາດລະລາຍໃນນໍ້າໄດ້ງ່າຍ ແລະ ທ່ານອາດຈະເສຍຕົວ ໂດຍບໍ່ຮູ້ສຶກຕົວ.
ຮຽກຮ້ອງມາຍັງ ໜ່ວຍງານເຈົ້າໜ້າທີ່ກ່ຽວຂ້ອງ ແລະ ໜ່ວຍງານປົກປ້ອງຜູ່ບໍລິໂພກ ຈົ່ງໄດ້ມີມາດຕະການ ປ້ອງກັນບັນຫານີ້. ວ່າຕົວຢາຊະນິດນີ້ ສາມາດຂາຍຕາມສາທາລະນະໄດ້ບໍ່? ແລະ ການນໍາໃຊ້ຢາໄປໃນທາງທີ່ບໍ່ຖືກຕ້ອງ ຈະຖືກລົງໂທດແບບໃດ ເພື່ອບໍ່ໃຫ້ ຄົນຕົກເປັນເຫຍື່ອຂອງກຸ່ມຄົນບໍດີ.
Ad