Top Ad

header ads

ການຈ່າຍເງິນຄ່າລົດຜ່ານດ່ານຈະຖືກປ່ຽນເປັນບັດ Smart Card ແທນ


ເລີ່ມຕັ້ງແຕ່ວັນທີ 1 ຕຸລາ 2018 ເປັນຕົ້ນໄປ, ການຈ່າຍຄ່າທຳນຽມນໍາລົດຂ້າມຂົວມິດຕະພາບແຫ່ງທີ 1 ຈະຖືກປ່ຽນແທນຈາກເງິນສົດເປັນບັດ Smart card, ແລະ ຈະຮັບຈ່າຍຄ່າທຳນຽມຜ່ານບັດເທົ່ານັ້ນ. ການປ່ຽນຫັນມານໍາໃຊ້ບັດແທນເງິນສົດກໍເພື່ອຄວາມສະດວກສະບາຍຂອງປະຊາຊົນຜູ້ນໍາໃຊ້ລົດຂ້າມຂົວ ແລະ ເພື່ອຄວາມໂປ່ງໃສໃນການເກັບກຳຄ່າທຳນຽມໃຫ້ແກ່ພາກລັດ.
ທ່ານສາມາດຊື້ບັດ Smart Card ໄດ້ທີ່ຈຸດຂາຍບັດຢູ່ຂົວມິດຕະພາບ ໂດຍສາມາດຕື່ມເງິນຜ່ານ 2 ຊ່ອງທາງຄື ຜ່ານທາງຕູ້ ແລະ BCEL One. ການນໍາໃຊ້ບັດທຸກຄັ້ງຈະໄດ້ສ່ວນຫຼຸດ 5% ອີກດ້ວຍ. ຕິດຕາມຕົວຢ່າງການໃຊ້ບັດຕາມວີດີໂລດ້ານລຸ່ມນີ້.
ຂຽນໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂ່າວ: TK Support, Laopost.com
Ad