Top Ad

header ads

ເປັນປະຫວັດສາດ! ບາບີ້ ປິຍະມາດ ຂຶ້ນເປັນຕົວເກັງອັນດັບ 1 ມີສິດຄວ້າມົງ Miss International 2018






ລ່າສຸດມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ຫຼັງຈາກທີ່ເວັບໄຊ ນາງງາມລະດັບໂລກ www.officialglobalbeauties.com ໄດ້ອອກມາຈັດລຳດັບໃນວ່າ https://www.globalbeauties.com/ ສາວງາມ 1-15 ປະເທດດັ່ງຕໍ່ໄປນີ້ແມ່ນມີສິດຈະຄວ້າມົງກຸດໃນເວທີ Miss International 2018 ທີ່ປະເທດ ຍີ່ປຸ່ນຫຼາຍທີ່ສຸດ ແລະ ບາບີ້ ປິຍະມາດ Miss International Laos 2018 ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຂຶ້ນເປັນຕົວເກັງອັນດັບ 1 ທີ່ມີສິດຈະຄວ້າມົງກຸດ Miss International 2018 ທີ່ປະເທດ ຍີ່ປຸ່ນ.


ການຂຶ້ນເປັນຕົວເກັງອັນດັບ 1 ໃນເທື່ອນີ້ ນັບວ່າເປັນຄັ້ງປະຫວັດສາດຂອງສາວງາມຈາກລາວເລີຍກໍວ່າໄດ້ ແລະ ໄລຍະນີ້ ບາບີ້ ປິຍະມາດ Miss International Laos 2018 ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ 

Ad