Top Ad

header ads

ລະຫວ່າງວັນທີ 11 – 14 ຕຸລາ ນີ້ ອາກາດຈະໜາວເຢັນລົງຕື່ມອີກ


ວັນທີ 11 ຫາ 14 ຕຸລາ ອາກາດເຢັນຫາໜາວເຢັນລົງຕື່ມອີກ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ, ເຂດເມືອງນາກາຍ, ຫຼັກ 20 ແລະ ເຂດພູພຽງບໍລະເວນ ເນື່ອງຈາກຄວາມກົດດັນອາກາດສູງຂອງອາກາດເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 8 ຫາ 14 ຕຸລາ 2018 ວ່າ: ໄລຍະວັນທີ 8 ຫາ 10 ຕຸລາ 2018 ຄວາມກົດດັນອາກາດສູງທີ່ມີກຳລັງອ່ອນຫາປານກາງປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ. ພ້ອມດຽວກັນ, ລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປໃນຕອນເຊົ້າໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມໂດຍສະເພາະຢູ່ແຂວງພາກເໜືອ ແລະ ຈະມີຝົນຕົກກະຈາຍຢູ່ທົ່ວໄປໃນຕອນເຊົ້າແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມ ໂດຍສະເພາະຢູ່ແຂວງພາກເໜືອ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 11 ຫາ 14 ຕຸລາ 2018 ຄວາມກົດດັນອາກາດສູງຂອງອາກາດເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງຕື່ມອີກ ໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ, ເຂດເມືອງນາກາຍ, ຫຼັກ 20 ແລະ ເຂດພູພຽງບໍລະເວນ ພ້ອມມີໝອກບາງ ແລະ ລົມພັດແຮງເປັນບາງໂອກາດ, ສຳລັບພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ສ່ວນຕອນກາງເວັນອາກາດຮ້ອນ ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 8 ຫາ 10 ຕຸລາ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງຜົ້ງລີ. ຈາກນັ້ນ, ວັນທີ 11 ຫາ 14 ຕຸລາ ອາກາດຈະເຢັນລົງ 1 – 3 ອົງສາ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ເຂດພູດອຍ, ຮ່ອມພູ 14 – 16 ອົງສາ ແລະ ສູງສຸດ 25 – 27 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 8 ຫາ 10 ຕຸລາ ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງບໍ່ແກ້ວ, ອຸດົມໄຊ ແລະ ຫຼວງນ້ຳທາ. ຈາກນັ້ນ, ວັນທີ 11 ຫາ 14 ຕຸລາ ອາກາດຈະເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 18 – 20 ອົງສາ ແລະ ສູງສຸດ 30 – 32 ອົງສາ.
ພາກກາງ: ໃນໄລຍະວັນທີ 8 ຫາ 10 ຕຸລາ ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນ, ວັນທີ 11 ຫາ 14 ຕຸລາ ອາກາດຈະເຢັນລົງເລັກໜ້ອຍໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໂດຍສະເພາະທາງດ້ານຕາເວັນອອກຂອງພາກ ເຊັ່ນ: ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕ່ຳສຸດ 19 – 21 ອົງສາ ແລະ ສູງສຸດ 31 – 33 ອົງສາ.
ສະເພາະແຂວງໄຊສົມບູນ: ໃນໄລຍະວັນທີ 8 ຫາ 14 ຕຸລາ ອາກາດຈະເຢັນຫາໜາວເຢັນ ໂດຍສະເພາະໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕ່ຳສຸດ 14 – 16 ອົງສາ ແລະ ສູງສຸດ  24 – 26 ອົງສາ.
ພາກໃຕ້: ໃນໄລຍະວັນທີ 8 ຫາ 14 ຕຸລາ ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າ, ສ່ວນຕອນກາງເວັນອາກາດຈະຮ້ອນ ອຸນຫະພູມສຸງສຸດ 20 – 21 ອົງສາ ແລະ ສູງສຸດ 31 – 33 ອົງສາ.
ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 1 ຫາ 14 ຕຸລາ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ອຸນຫະພູມຕ່ຳສຸດ 11 – 13 ອົງສາ ແລະ ສູງສຸດ 24 – 26 ອົງສາ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 1 ຫາ 14 ຕຸລາ ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດ, ສ່ວນຕອນກາງເວັນອາກາດຮ້ອນ ອຸນຫະພູມຕ່ຳສຸດ 23 – 25 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ຂໍຂອບໃຈທີມາ: [ ຂ່າວ: ສັນຕິ ] laoedaily.com.la
Ad