Top Ad

header ads

ທາງການອິນໂດເນເຊຍ ເຜີຍ ຍອດຜູ້ເສຍຊີວິດສິນາມິຖະຫຼົ່ມພຸ່ງກວ່າ 1,200 ສົບແລ້ວ


ເມື່ອວັນທີ່ 1 ຕຸລາ 2018 ໂຄສົກສໍານັກງານບັນເທົາສາທາລະໄພແຫ່ງອິນໂດເນເຊຍ ຖະແຫຼງຂ່າວອັບເດດຍອດຜູ້ເສຍຊີວິດເຫດແຜ່ນດິນໄຫວ 7.5 ຣິກເຕີ ໃນແຂວງສຸລາເວສີ ຈົນເກີດຄື້ນຍັກສິນາມິຊັດເຂົ້າຖະຫລົ່ມຈົນສ້າງຄວາມເສຍຫາຍເປັນວົງກວ້າງແກ່ເມືອງພາລູວ່າ ຂະນະນີ້ຍອດຜູ້ເສຍຊີວິດໄດ້ພຸ່ງສູງເຖິງ 844 ສົບ
ແຕ່ພາຍຫຼັງມີລາຍງານວ່າ ຍອດຜູ້ເສຍຊີວິດພຸ່ງສູງກວ່າທີ່ຄາດໄວ້ເຖິງ 1,203 ສົບແລ້ວ ພ້ອມລະບຸວ່າເຈົ້າໜ້າທີ່ຈະຍັງຄົງເລັ່ງເດີນໜ້າປະຕິບັດການຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກຄວາມເສຍຫາຍຢ່າງບໍ່ຫຼົດລະ ເຖິງແມ່ນວ່າຈະຕ້ອງຮັບມືກັບອຸປະສັກດ້ານການສື່ສານ ແລະ ການໃຊ້ໄຟຟ້າໃນຫຼາຍພື້ນທີ່ເຊິ່ງໄດ້ຮັບຜົນກະທົບຈາກເຫດໄພພິບັດໃນຄັ້ງນີ້

ລາຍງານຂ່າວລະບຸວ່າ ທາງການອິນໂດເນເຊຍ ຈະນໍາຮ່າງຜູ້ເສຍຊີວິດໄປຝັງໄວ້ໃນຫຼຸມຝັງສົບຂະໜາດໃຫຍ່ເພາະຢ້ານວ່າຫາກປ່ອຍສົບກອງໄວ້ໃນທີ່ໂລ່ງແຈ້ງເປັນເວລາດົົນອາດຈະເຮັດໃຫ້ເກີດການແພ່ລະບາດຂອງໂຣກພະຍາດຕ່າງໆຕາມມາໄດ້.




Ad