Top Ad

header ads

ລົດໄຟຕົກລາງ ມີຜູ້ເສຍຊີວິດແລ້ວ 18 ສົບ ບາດເຈັບກວ່າ 100 ຄົນ ທີ່ໄຕ້ຫວັນ


ສໍາຂັກຂ່າວຕ່າງປະເທດລາຍງານຈາກນະຄອນໄທເປ ໄຕ້ຫວັນ ເມື່ອວັນທີ່ 21 ຕຸລາ 2018 ວ່າ ສໍານັກງານການລົດໄຟແຫ່ງໄຕ້ຫວັນຖະແຫຼງວ່າ ເມື່ອຊ່ວງບ່າຍວັນອາທິດທີ່ 21 ຕຸລາ ໄດ້ເກີດອຸບັດຕິເຫດລົດໄຟຕົກລາງໃນເຂດຍີ່ຫລານໃກ້ແຄມຝັ່ງທາງຕາເວັນອອກສຽງເໜືອຂອງໄຕ້ຫວັນ ລົດໄຟຫຼາຍໂບກີ້ໄດ້ພິກຂວໍ້າ ເຊິ່ງເສັ້ນທາງສາຍນີ້ເປັນເສັ້ນທາງລົດໄຟທີ່ໄດ້ຮັບຄວາມນິຍົມໃນກຸ່ມນັກທ່ອງທ່ຽວ ທາງການລົດໄຟໄດ້ກວດສອບເມື່ອເວລາ 18:30 ໂມງ ພົບວ່າ ມີຜູ້ເສຍຊີວິດ 18 ສົບ ແລະ ບາດເຈັບ 126 ຄົນ ຈຸດທີ່ເກີດເຫດຢູ່ເຄິ່ງກາງລະຫວ່າງສະຖານີ 2 ສະຖານີໃນເຂດຍີ່ຫລານ

ລັດຖະບານໄຕ້ຫວັນຖະແຫຼງອີກວ່າ ທີມຊ່ວຍເຫຼືອ ແລະ ກູ້ໄພເດີນທາງມາເຖິງທີ່ເກີດເຫດແລ້ວ ແລະ ນາຍົກລັດຖະມົນຕີໄຕ້ຫວັນໄດ້ຮັບຮູ້ລາຍງານເລື່ອງນີ້ແລ້ວ ພ້ອມຍັງໄດ້ສະແດງຄວາມວິຕົກກັງວົນຢ່າງຍິ່ງກ່ຽວກັບຄວາມປອດໄພຂອງຜູ້ເດີນທາງ
ສໍານັກຂ່າວໄຕ້ຫວັນລາຍງານອີກວ່າ ຍັງມີຜູ້ໂດຍສານອີກປະມານ 30 ຄົນຕິດຢູ່ໃຕ້ຊາກຂອງຂະບວນລົດໄຟເຊິ່ງທີມກູ້ໄພໄດ້ດໍາເນີນການຊ່ວຍເຫຼືອຢ່າງເລັ່ງດ່ວນ
ລາຍງານຂ່າວລະບຸອີກວ່າ ມີໂບກີ້ລົດໄຟຢ່າງໜ້ອຍ 5 ໂບກີ້ພິກຂວໍ້າຈາກຂະບວນລົດໄຟຄວາມໄວສູງສາຍພູຢູມະເອັກຊເພຣສ ເຊິ່ງມີຜູ້ໂດຍສານທັງໝົດ 310 ຄົນເທິງລົດໄຟເຊິ່ງກໍາລັງມຸ່ງໜ້າໄປຍັງເມືອງໄທ້ຈົງທາງຕອນໃຕ້ຂອງໄຕ້ຫວັນ
Ad