Top Ad

header ads

ແຊເກັບໄວ້ດ່ວນ! ຮູ້ຈັກຊື່ 18 ກະຊວງ ແລະ 3 ອົງການທຽບເທົ່າ ທີ່ເປັນພາສາລາວ ແລະ ພາສາອັງກິດ


ຄວາມຮູ້ເປັນສິ່ງທີ່ຫາໄດ້ບໍ່ຍາກ ເພາະທຸກຢ່າງທີ່ອ້ອມຮອບຕົວເຮົາ ລ້ວນແລ້ວແຕ່ເປັນຄວາມຮູ້ໝົດທຸກຢ່າງ ຂຶ້ນກັບວ່າເຮົາຈະເປີດຮັບສິ່ງນັ້ນຫຼືບໍ່. ໂດຍມື້ນີ້ ມ່ວນ ເຮົາໄດ້ລວບລວມເອົາບັນດາຊື່ທັງ 18  ແລະ 3 ອົງການທຽບເທົ່າ ທີ່ເປັນພາສາລາວ ແລະ ພາສາອັງກິດ ມາໃຫ້ທຸກຄົນໄດ້ຮູ້ຈັກນຳກັນດັ່ງລຸ່ມນີ້:
  1. ກະຊວງກະສິກຳແລະປ່າໄມ້ - Ministry of Agricultural and Forestry
  2. ກະຊວງສຶກສາທິການ ແລະ ກີລາ - Ministry of Education and Sports
  3. ກະຊວງພະລັງງານ ແລະ ບໍ່ແຮ່ - Ministry of Energy and Mine
  4. ກະຊວງການເງິນ - Ministry of Finance
  5. ກະຊວງການຕ່າງປະເທດ - Ministry of Foreign Affairs
  6. ກະຊວງອຸດສາຫະກຳ ແລະ ການຄ້າ - Ministry of Industry and Commerce
  7. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ - Ministry of Information, Culture and Tourism
  8. ກະຊວງຍຸຕິທຳ - Ministry of Justice
  9. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ - Ministry of Labor and Social Welfare
  10. ກະຊວງປ້ອງກັນປະເທດ - Ministry of National Defense
  11. ກະຊວງແຜນການ ແລະ ການລົງທຶນ - Ministry of Planning and Investment
  12. ກະຊວງສາທາລະນະສຸກ - Ministry of Health
  13. ກະຊວງປ້ອງກັນຄວາມສະຫງົບ - Ministry of Public Security
  14. ກະຊວງໂຍທາທິການ ແລະ ຂົນສົ່ງ - Ministry of Public Work and Transportation
  15. ກະຊວງພາຍໃນ - Ministry of Home Affairs
  16. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ - Ministry of Science and Technology
  17. ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ - Ministry of Natural Resource and Environment
  18. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ - Ministry of Post, Telecom and Communication
  19. ຫ້ອງວ່າການລັດຖະບານ - Government's Office
  20. ອົງການກວດກາລັດຖະບານ - Government Inspection Authority
  21. ທະນາຄານແຫ່ງ ສປປ ລາວ - Bank of Lao PDR
ຂອບໃຈທີ່ມາ Muan.la
Ad