Top Ad

header ads

#ຂ່າວດ່ວນ ເກີດເຫດຍົນ ຕົກໃກ້ເກາະຊະວາ ຜູ້ໂດຍສານ 189 ຄົນຍັງບໍ່ຮູ້ຊະຕາ






ສຳນັກຂ່າວຕ່າງປະເທດລາຍງານ 29 ຕຸລາ 2018 ວ່າ: ສຳນັກງານການບິນພົນລະເຮືອນແຫ່ງຊາດອິນໂດເນເຊຍ ອອກຖະແຫຼງການເລື່ອງຖ້ຽວບິນ JT 610 ຂອງສາຍການບິນ Lion Air ຍົນໂບອິ້ງ 737 ແມັກ 8 ອອກເດີນທາງຈາກສະໜາມບິນສາກົນຊູກາໂນ-ຮັດຕາ ນະຄອນຫຼວງຈາກາຕາ ເມື່ອເວລາປະມານ 06:20 ໂມງ ຕາມເວລາທ້ອງຖິ່ນ ພ້ອມຜູ້ໂດຍສານ 181 ຄົນ ແລະ ຈຸບິນ 7 ຄົນ ລວມທັງໝົດເປັນ 188 ຄົນ ມີປາຍທາງຄືສະໜາມບິນເດປາເຕຍ ເອມີ ໃນແຂວງບັງກາເບີລີຕຸງ ທາງພາກຕາເວັນອອກສຽງໃຕ້ຂອງເກາະສຸມາດຕຣາ ໂດຍມີກຳນົດການເດີນທາງປະມານ 1 ຊົ່ວໂມງ.

ເຖິງຢ່າງໃດກໍ່ຕາມ, ຍົນໄດ້ຂາດການຕິດຕໍ່ກັບຫໍບັງຄັບການບິນພຽງ 13 ນາທີພາຍຫຼັງອອກເດີນທາງ ແລະ ຕົກລົງນອກຝັ່ງເກາະຊວາ ເຊິ່ງໜ່ວຍກູ້ໄພກຳລັງອອກປະຕິບັດການ ໂດຍເຈົ້າໜ້າທີ່ຍັງປະຕິເສດໃຫ້ຂໍ້ມູນກ່ຽວກັບຊະຕາກຳຂອງຜູ້ໂດຍສານເທິງຍົນທັງໝົດ, ຂະນະທີ່ສື່ທ້ອງຖິ່ນຫຼາຍແຫ່ງລາຍງານວ່າ ຊິ້ນສ່ວນ ແລະ ອຸປະກອນຈາກຍົນໄດ້ເລີ່ມລອຍຂຶ້ນສູ່ຜິວນ້ຳ ເຊິ່ງລວມມີເບາະນັ່ງ, ກະເປົ໋າເດີນທາງຂອງຜູ້ໂດຍສານ ແລະ ແພຍາງຊູຊີບ.



Ad