Top Ad

header ads

ປະກາດແລ້ວ! ຜົນການແຂ່ງຂັນຮູບເງົາທົ່ວປະເທດ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018.






ທ້າຍ​ອາ​ທິດ​ຜ່ານ​ມານີ້, ຢູ່ທີ່ກົມຮູບເງົາ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດຜົນການແຂ່ງຂັນຮູບເງົາທົ່ວປະເທດ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018.


ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ໄດ້ຂຶ້ນກ່າວສະຫຼຸບຜົນການດຳເນີນໂຄງການແຂ່ງຂັນຮູບເງົາສັ້ນທົ່ວປະເທດວ່າ ໂຄງການດັ່ງກ່າວແມ່ນຈັດຂຶ້ນຕາມການຊີ້ນຳຂອງກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະທ່ອງທ່ຽວ ເພື່ອເປັນການສ້າງຂະບວນການສະເຫຼີມສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໂດຍມີການແຂ່ງຂັນຮູບເງົາສັ້ນ ແລະຮູບເງົາສາລະຄະດີທົ່ວປະເທດ ພາຍໃຕ້ຫົວຂໍ້ “ງາມເດບ້ານເຮົາ” ແລະແຂ່ງຂັນຄລິບຮູບເງົາວິດີໂອທົ່ວປະເທດ ພາຍໃຕ້ຫົວຂໍ້ “ ສິ່ງທີ່ຢາກບອກ”.


ເຊິ່ງຜົນງານທີ່ໄດ້ຮັບລາງວັນຊະນະເລີດປະເພດສາລະຄະດີ ໄດ້ແກ່ເລື່ອງທີ່ມີຊື່ວ່າ “ມະຫັດສະຈັນເມືອງງອຍ” ສົ່ງເຂົ້າຮ່ວມແຂ່ງຂັນໃນນາມພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວແຂວງຫຼວງພະບາງ. ປະເພດຮູບເງົາສັ້ນ ໄດ້ແກ່ເລື່ອງທີ່ມີຊື່ວ່າ “ສົດໃສ”, ສົ່ງເຂົ້າຮ່ວມແຂ່ງຂັນໃນນາມພາກວິຊາສື່ສານມວນຊົນ, ຄະນະອັກສອນສາດ, ມຊ ແລະປະເພດຄລິບຮູບເງົາສັ້ນ ລາງວັນຊະນະເລີດໄດ້ແກ່ເລື່ອງ “ນາທີຫຼວງພະບາງ” ຈາກນັກສຶກສາຄະນະວິສະວະກຳສາດ, ມຊ. ສຳລັບລາງວັນປະເພດສາລະຄະດີ ແລະຮູບເງົາສັ້ນດີເດັ່ນ ແມ່ນໄດ້ຮັບເງິນສົດລາງວັນລະ 8.000.000 ກີບ ພ້ອມດ້ວຍຂັນລາງວັນ ແລະໃບຢັ້ງຢືນ, ສ່ວນປະເພດຄລິບຮູບເງົາສັ້ນ ລາງວັນທີ 1 ຈະໄດ້ຮັບເງິນສົດ 2.000.000 ກີບ ພ້ອມດ້ວຍຂັນລາງວັນ ແລະໃບຢັ້ງຢືນ. ນອກຈາກນີ້, ແຕ່ລະປະເພດກໍຍັງມີລາງວັນຮອງຊະນະເລີດອັນດັບທີ 1 ແລະອັນດັບທີ 2.


ໃນຂະນະດຽວກັນນີ້, ກົມຮູບເງົາຍັງໄດ້ຈັດພິທີສະເຫຼີມສະຫຼອງວັນມໍລະດົກ ພາບ-ສຽງໂລກ ຄົບ ຮອບ 38 ປີ (27 ຕຸລາ 1980 – 27 ຕຸລາ 2018) ເພື່ອໃຫ້ມວນຊົນ ແລະສັງຄົມໄດ້ເຫັນເຖິງຄວາມ ໝາຍຄວາມສຳຄັນຂອງມໍລະດົກພາບ-ສຽງ ທີ່ມີຄຸນຄ່າທາງປະຫວັດສາດ, ການເມືອງ, ວັດທະນະທຳ, ສັງຄົມ, ຮີດຄອງປະເພນີ, ວິຖີຊີວິດຂອງຄົນ ແລະວິວັດທະນາການຂອງສັງຄົມ ແລະທຳມະຊາດ.


 


Cr.CRI-FM 93.0

Ad