Top Ad

header ads

ນາຍົກສັ່ງ! ປີ 2019 ໃຫ້ຢຸດຕິການອອກໃບອະນຸຍາດນຳເຂົ້າເຫຼັກ ແລະ ຊີມັງ


ເພື່ອເປັນການຜັນຂະຫຍາຍເນື້ອໃນຂອງຄຳສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດໃນ ສປປ ລາວ, ໂດຍສະເພາະຕົວຊີ້ວັດທີ 08 ການຄ້າຂ້າມແດນທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຫຼຸດຜ່ອນບັນດາຂອດຂັ້ນ, ເອກະສານທີ່ບໍ່ຈຳເປັນລົງ.
ດັ່ງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກຄຳສັ່ງເລກທີ 1364/ອຄ.ກຊອ ລົງວັນທີ 28 ກັນຍາ 2018 ເຖິງ ຫ້ອງການ, ບັນດາກົມ ແລພ ສະຖາບັນ ພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເລື່ອງ: ການຢຸດຕິການອອກໃບອະນຸຍາດນຳເຂົ້າເຫຼັກ ແລະ ຊີມັງ
ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄຳສັ່ງໃຫ້ບັນດາພາກສ່ວນກ່ຽວຂ້ອງຮ່ວມເປັນເຈົ້າການປະຕິບັດດັ່ງລຸ່ມນີ້:
  • ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຢຸດຕິການອອກໃບອະນຸຍາດການນຳເຂົ້າເຫຼັກ ແລະ ຊີມັງ ທີ່ພະແນກເປັນຜູ້ຄຸມຄອງອອກອະນຸຍາດ ຕາມຂໍ້ຕົກລົງເລກທີ 0450/ອຄ.ກຂອ ລົງວັນທີ 01 ມີນາ 2012.
  • ການນຳເຂົ້າ ແລະ ສົ່ງອອກເຫຼັກ ແລະ ຊີມັງ ໃຫ້ດຳເນີນຕາມຂັ້ນຕອນກາແຈ້ງພາສີຢູ່ດ່ານໄດ້ເລີຍ, ແຕ່ຕ້ອງປະຕິບັດໃຫ້ສອດຄ່ອງກັບບັນດາລະບຽບການທາງດ້ານເຕັກນິກທີ່ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ຫຼື ປະເທດປາຍທາງໄດ້ກຳນົດໄວ້ຄື:
2.1 ສອດຄ່ອງກັບມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນເຊັ່ນ: ມາດຕະຖານການຜະລິດ, ມາດຕະຖານຜະລິດຕະພັນແຫ່ງຊາດລາວ, ມາດຕະຖານການຫຸ້ມຫໍ່, ການຕິດສະຫຼາກ ເປັນຕົ້ນ.
2.2 ຊີມັງ ທີ່ນໍາເຂົ້າມາຈຳໜ່າຍຢູ່ ສປປ ລາວ ຕ້ອງໄດ້ຜ່ານການຫຸ້ມຫໍ່ ແລະ ຕິດສະຫຼາກສິນຄ້າ ໃຫ້ສອດຄ່ອງກັບຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຄຸ້ມຄອງສິນຄ້າກຸ້ມຫໍ່ຢູ່ ສປປ ລາວ (ສະບັບປັບປຸງ) ເລກທີ 0542/ກວຕ, ລົງວັນທີ 16 ພຶດສະພາ 2017 ແລະ ຄຳສັ່ງຂອງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ ເລກທີ 2501/ອຄ.ຄພນ ລົງວັນທີ 16 ທັັນວາ 2015.
2.3  ການນໍາເຂົ້າ ແລະ ສົ່ງອອກເຫຼັກ ແລະ ຊີມັງ ຕ້ອງຜ່ານດ່ານສາກົນເທົ່ານັ້ນ.
  1. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການຄຸ້ມຄອງ ແລະ ອອກໃບອະນຸຍາດດຳເນີນທຸລະກິດນຳເຂົ້າ, ສົ່ງອອກ, ຜະລິດ ແລະ ຈຳໜ່າຍ ເຫຼັກ ແລະ ຊີມັງ ຕາມກໍລະນີດັ່ງນີ້:
3.1  ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກ ວັດສະດຸກໍ່ສ້າງ ແລະ ອຸປະກອນຮັບໃຊ້ເພື່ອການກໍ່ສ້າງ ເຊິ່ງລວມທັງເຫຼັກ ແລະ ຊີມັງ ເພື່ອມາຈຳໜ່າຍທົ່ວໄປ ແມ່ນອອກໂດຍຂະແໜງນຳເຂົ້າ ແລະ ສົ່ງອອກ.
3.2 ໃບອະນຸຍາດດໍາເນີນທຸລະກິດອຸດສາຫະກໍາປຸ່ງແຕ່ງ ແລະ ຫັດຖະກໍາ ສໍາລັບບັນດາໂຮງງານຜະລິດເຫຼັກ ແລະ ຊີມັງ ແມ່ນອອກໂດຍຂະແໜງອຸດສາຫະກຳ ແລະ ຫັດຖະກຳ.
3.3 ໃບອະນຸຍາດການດໍາເນີນທຸລະກິດຄ້າຂາຍຍົກ ແລະ ຂາຍຍ່ອຍ ວັດສະດຸກໍ່ສ້າງ ແລະ ອຸປະກອນຮັບໃຊ້ ເພື່ອການກໍ່ສ້າງ ເຊິ່ງລວມທັງເຫຼັກ ແລະ ຊີມັງ ແມ່ນອອກໂດຍຂະແໜງການຄ້າພາຍໃນ.
3.4 ສໍາລັບວິສາຫະກິດທີ່ໄດ້ຮັບການຂຶ້ນທະບຽນສ້າງຕັ້ງມາກ່ອນແລ້ວ ແມ່ນສາມາດສືບຕໍ່ດໍາເນີນກິດຈະການໄດ້ເລີຍ ໂດຍໃຫ້ຖືເອົາໃບທະບຽນວິສາຫະກິດສະບັບເດີມ.
3.5 ວິສາຫະກິດໃດມີຈຸດປະສົງດໍາເນີນກິດຈະການໃນຂໍ້ 3.1;3.2 ແລະ 3.3 ທີ່ໄດ້ກ່າວມາຂ້າງເທິງ ຫຼັງເລີ່ມຈັດຕັ້ງປະຕິບັດນະໂຍບາຍໃໝ່ກ່ຽວກັບ ການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ ລົງວັນທີ 01 ກຸມພາ 2018 ແມ່ນໃຫ້ປະຕິບັດຕາມຂັ້ນຕອນທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດໄວ້ໃນລະບຽບການຕ່າງຫາກ.
  1. ໃຫ້ກົມການຄ້າພາຍໃນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຊີ້ນໍາອົງການປະຕິບັດວຽກງານກວດກາການຄ້າ ແຕ່ລະຂັ້ນ ລົງຕິດຕາມກວດກາ ຕາມພາລະບົດບາດ ຖ້າພົບເຫັນການລະເມີດ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍ ການປະຕິບັດວຽກງານກວດກາການຄ້າເລກທີ 1499/ອຄ.ກຄພນ ລົງວັນທີ 08 ກັນຍາ 2017.
  2. ໃຫ້ກົມການນຳເຂົ້າ ແລະ ສົ່ງອອກ, ກົມການຄ້າພາຍໃນ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ເປັນເຈົ້າການສົມທົບບັນດາຂະແໜງການທີ່ກ່ຽວຂ້ອງທີ່ປິ່ນອ້ອມ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຜີຍແຜ່, ສ້າງຄວາມເຂົ້າໃຈ ໃຫ້ແກ່ບັນດາເຈົ້າໜ້າທີ່ພາກລັດ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ໃຫ້ສາມາດຈັດຕັ້ງຢ່າງເປັນເອກະພາບ.
  3. ຄໍາສັ່ງສະບັບນີ້ ແມ່ນໃຫ້ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ.
  4. ຄໍາສັ່ງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ພິມລົງໃນຈົດໝາຍເຫດທາງລັດຖະການ 15 ວັນ. ຄໍາສັ່ງສະບັບນີ້ປ່ຽນແທນ ຂໍ້ຕົກລົງ ເລກທີ 0450/ອຄ.ກຂອ ລົງວັນທີ 01 ມີນາ 2012 ຂໍ້ຕົກລົງ, ຄຳແນະນຳ ຫຼື ຄຳສັ່ງໃດ ທີ່ມີເນື້ອໃນຂັດກັບຄຳສັ່ງສະບັບນີ້ ລ້ວນແລ້ວແຕ່ຖືກລົບລ້າງ.
ທີ່ມາ ຫນັງສືພິມເສດຖະກິດການຄ້າ
Ad