Top Ad

header ads

3 ປະເທດກຽມຮັບມືກັບອິດທິພົນຊຸບເປີ້ໄຕ້ຝຸ່ນກອງເຣຍ ໃນໄລຍະວັນທີ 4-7 ຕຸລາ 2018ນີ້


ກົມອຸຕຸຍົມວິທະຍາແຫ່ງຊາດໄຕ້ຫວັນເຜີຍການເຝົ້າຕິດຕາມຊຸບເປີ້ໄຕ້ຝຸ່ນກອງເຣຍ ພາຍຸຫົວທີ 25 ຂອງປີນີ້ ເມື່ອເວລາ 05.00 ນາທີ, ຂອງວັນທີ 3 ຕຸລາ 2018 ພົບວ່າຊຸບເປີ້ໄຕ້ຝຸ່ນກອງເຣຍກຳລັງເຄື່ອນຕົວຢູ່ຫ່າງຈາກແຫຼມ ເອີ໋ຫຼວນປີ໋ ທາງຕອນໃຕ້ຂອງເກາະໄຕ້ຫວັນ ກຳລັງເຄື່ອນຕົວໄປທາງທິດຕາເວັນຕົກສຽງເໜືອດ້ວຍຄວາມໄວລົມ 17 ກິໂລແມັດຕໍ່ຊົ່ວໂມງ ແລະ ມີແນວໂນ້ມອອກຈາກເກາະໄຕ້ຫວັນໄປເລື່ອຍໆ.
ແຕ່ເຖິງຢ່າງໃດກໍ່ຕາມໃນໄລຍະວັນທີ 4-5 ຕຸລາ 2018 ນີ້ ຈະເປັນຊ່ວງທີ່ຣັດສະໝີຂອງພາຍຸໄຕ້ຝຸ່ນເຄື່ອນເຂົ້າໃກ້ໄຕ້ຫວັນຫຼາຍທີ່ສຸດ ເຊິ່ງຈະເຮັດໃຫ້ທາງພາກເໜືອຂອງໄຕ້ຫວັນມີຝົນຕົກໜັກ.
ໄຕ້ຝຸ່ນກອງເຣຍ ມີຄວາມໄວລົມໃກ້ສູນກາງຢູ່ທີ່ 260 ກມ/ຊົ່ວໂມງ ແລະ ມີຄວາມໄວລົມເກືອບ 315 ກິໂລແມັດ/ຊົ່ວໂມງ ທຽບເທົ່າເຮີລິເຄນລະດັບ 5 ເຊິ່ງເປັນລະດັບສູງສຸດ, ຕາມພະຍາກອນລ່າສຸດຄາດການວ່າ ໄຕ້ຝຸ່ນຫົວນີ້ຈະເຄື່ອນຕົວຜ່ານພາກຕາເວັນອອກຂອງຈີນໃນວັນສຸກທີ 5 ຕຸລາ 2018 ໂດຍຈະບໍ່ຂຶ້ນຝັ່ງ ແຕ່ແຜ່ອິດທິພົນເຮັດໃຫ້ເກີດລົມ ແລະ ຝົນຕົກໜັກໃນພື້ນທີ່ໂດຍລວມຂອງນະຄອນຊຽງໄຮ້.
ພາຍຸກອງເຣຍຈະເຄື່ອນຕົວເຂົ້າສູ່ທະເລຈີນຕາເວັນອອກດ້ວຍຄວາມໄວລົມປະມານ 150 ກິໂລແມັດ/ຊົ່ວໂມງ ກ່ອນຈະເຄື່ອນຕົວຂຶ້ນຝັ່ງໃກ້ເມືອງປູຊານຂອງເກົາຫຼີໃຕ້ ໃນຄືນວັນທີ 6-7 ຕຸລານີ້ ໂດຍຈະຍັງຄົງສະຖານະເປັນພາຍຸໄຕ້ຝຸ່ນ ແຕ່ຄວາມໄວລົມຈະຫຼຸດລົງເຫຼືອ 115 ກິໂລແມັດ/ຊົ່ວໂມງ, ຈາກນັ້ນ ກໍ່ຈະເຄື່ອນຕົວເຂົ້າສູ່ທະເລຍີ່ປຸ່ນ ເຮັດໃຫ້ເກີດຝົນຕົກໜັກທີ່ເກາະຄິວຊູ ແລະ ຕອນໃຕ້ຂອງເກາະຮອນຊູ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: http://oohho.com,  posttoday
ຮູບປະກອບຂ່າວ: posttoday
Ad