Top Ad

header ads

ແຈ້ງ!!ກຳນົດ 30 ວັນເທົ່ານັ້ນລົດໃຜຖືກກັກ ຫຼື ເສຍໃຫ້ມາພົວພັນເອົາ


ທ່ານໃດທີ່ມີລົດຖືກລັກ ແລະຖືກຕຳຫຼວດກັກໄວ້ໃຫ້ໄປພົວພັນເອົາຢູ່ກອງຕຳຫຼວດປ້ອງກັນເຄື່ອນທີ່ມີ 70 ຄັນລໍຖ້າເຈົ້າຂອງຢູ່ ຖ້າບໍ່ຮີບຮ້ອນກາຍວັນທີ 22 ພະຈິກແມ່ນໝົດສິດຕົກເປັນຂອງລັດແລ້ວເດີ້!!!
ຫ້ອງການກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ອອກແຈ້ງການ ເລກທີ 224, ລົງວັນທີ 18 ຕຸລາ 2018 ເຖິງພໍ່ແມ່ ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ທີ່ເປັນເຈົ້າຂອງລົດຈັກ ຖ້າລົດຖືກກັກ ຫຼື ລົດເສຍແມ່ນໃຫ້ມາພົວພັນເອົາ ຢູ່ ປກສ ນະຄອນຫຼວງວຽງຈັນ (ກອງພັນເຄື່ອນທີ່) ດ່ວນໆກຳນົດເວລາພຽງ 30 ວັນເທົ່ານັ້ນ.
ເຊິ່ງໃນແຈ້ງການລະບຸໄວ້ວ່າ: ຫ້ອງການກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງທ່ານຊາບວ່າ: ໃຫ້ບັນດາພໍ່ແມ່ ປະຊາຊົນ, ທະຫານ, ຕຳຫຼວດ ມາພົວພັນເອົາລົດຈັກ ທີ່ລະເມີດກົດລະບຽບຈາລະຈອນ ທີ່ຖືກເຈົ້າໜ້າທີ່ກັກໄວ້ຢູ່ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ.
ທ່ານໃດຫາກສົງໄສວ່າແມ່ນລົດຂອງຕົນເອງທີ່ເສຍ ຫຼື ຖືກຄົນຮ້ຍລັກໄປ ກໍໃຫ້ມາກວດກາເບິ່ງຕົວຈິງ ໂດຍຕ້ອງໄດ້ເອົາເອກະສານລົດມາເພື່ອຢັ້ງຢືນ, ນັບແຕ່ວັນທີ 22 ຕຸລາ ຫາ ວັນທີ 22 ພະຈິກ 2018 (ກໍານົດ 30 ວັນ) ຖ້າວ່າບໍ່ມາພົວພັນເອົາຕາມກໍານົດເວລາ 30 ວັນ ແມ່ນສະຫຼະສິດ ແລະ ຈະຢຶດເປັນຂອງລັດຕາມລະບຽບການ.
ສຳລັບລົດຈັກທີ່ຢູ່ໃນຄຸ້ມຄອງເຈົ້າໜ້າທີ່ ມີທັງໝົດ 70 ຄັນ. ໃນນັ້ນ: ລົດຍີ່ຫໍ້ ລົດຍີ່ຫໍ້ HONDA ມີ 30 ຄັນ, ມີປ້າຍ 7 ຄັນ, ບໍ່ມີປ້າຍ 23 ຄັນ; ລົດເວັບຈີນ ມີ 21 ຄັນ, ມີປ້າຍ 12 ຄັນ, ບໍ່ມີປ້າຍ 9 ຄັນ; ໂຄລາວ ມີ 10, ມີປ້າຍ 5 ຄັນ, ບໍ່ມີປ້າຍ 5 ຄັນ; ລົດຍີ່ຫໍ້ ຊຸຊູກີ ມີ 3 ຄັນ, ມີປ້າຍ 2 ຄັນ, ບໍ່ມີປ້າຍ 1 ຄັນ, ຍີ່ຫໍ້ ຢາມາຮາ ມີ 4 ຄັນ, ມີປ້າຍ 1 ຄັນ, ບໍ່ມີປ້າຍ 3 ຄັນ ແລະ ຍີ່ຫໍ້ KTM 1 ຄັນ, KR 1 ຄັນ.






ຂໍຂອບໃຈທີ່ມາ: laosupdate.com
Ad