Top Ad

header ads

ຍິງກັນສະໜັ່ນ! ຕຳຫຼວດລາວ ເມືອງຕົ້ນເຜິ້ງ ປະທະແກ໊ງຄ້າຢາເສບຕິດ ຍຶດຢາບ້າໄດ້ 4 ລ້ານເມັດ


ໃນວັນທີ 5 ຕຸລາ 2018 ມີລາຍງານຂ່າວຈາກຝັ່ງໄທ ຈັງຫວັດຊຽງຣາຍ ວ່າ ໃນກາງເດິກຂອງວັນທີ 4 ຕຸລາ ທີ່ຜ່ານມາ ໄດ້ເກີດເຫດການປະທະກັນຂຶ້ນລະຫວ່າງ ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ກັບຂະບວນການຄ້າຢາເສບຕິດ ບໍລິເວນບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກົງກັນຂ້າມກັບຕຳບົນ ບ້ານແຊວ ອຳເພີຊຽງແສນ ຈັງຫວັດຊຽງຣາຍ ຂອງຣາດຊະອານາຈັກໄທ ເຊິ່ງສາມາດໄດ້ຍິນສຽງປືນ ແລະເຫັນແສງໄຟເຄື່ອນໄຫວໄປມາບໍລິເວນດັ່ງກ່າວ ຈາກຝັ່ງໄທ.



ສຽງປືນຈາກຝັ່ງລາວ ດັງຂຶ້ນປະມານ 2-3 ນັດ ໃນເບື້ອງຕົ້ນມີລາຍງານວ່າ ຂະບວນການຄ້າຢາເສບຕິດກຳລັງຂົນຢາເສບຕິດ ຜ່ານໄປຕາມແມ່ນ້ຳຂອງ ຄາດວ່າມາຈາກສາມລ່ຽມທອງຄຳ (ຊາຍແດນລາວ-ໄທ-ມຽນມາ) ເພື່ອຈະນຳເອົາໄປພັກໄວ້ທີ່ບ້ານດັ່ງກ່າວ ແລະກຽມຈະລັກລອບຂົນເຂົ້າສູ່ປະເທດໄທຕໍ່ໄປ.
ການປະທະກັນໃນຄັ້ງນີ້ ເຈົ້າໜ້າທີ່ຕຳຫຼວດລາວ ສາມາດຍຶດໄດ້ຂອງກາງ ເປັນລົດກະບະສີຂາວ ປ້າຍທະບຽນ ກຈ 2511 ກຳແພງນະຄອນ 1 ຄັນ ທີ່ກຽມໃຊ້ຂົນຢາເສບຕິດ, ເຮືອນ້ອຍຈຳນວນ 1 ລຳ ແລະຢາເສບຕິດບັນຈຸໃນກະສອບ 38 ໃບ ເບື້ອງຕົ້ນຄາດວ່າ ເປັນຢາບ້າ ຈຳນວນ 4 ລ້ານເມັດ.

ຄວາມສູນເສຍຂອງທັງສອງຝ່າຍຫຼັງປະທະກັນ ຍັງບໍ່ທັນມີການແຈ້ງ ແຕ່ໃນເບື້ອງຕົ້ນ ຄາດວ່າ ຂະບວນການຄ້າຢາເສບຕິດມີຢູ່ 7-8 ຄົນ. ຫຼັງຈາກປະທະກັນແລ້ວ ເຈົ້າໜ້າທີ່ຕຳຫຼວດລາວ ສາມາດຄວບຄຸມສະຖານະການເອົາໄວ້ໄດ້ ພ້ອມໄດ້ຍຶດຂອງກາງທັງໝົດໄປກວດສອບແລະຂະຫຍາຍຜົນຕໍ່ໄປ. 


ທີ່ມາ: chiangmainews
Ad