Top Ad

header ads

ດັງຂ້າມຊາດ! ບູດສ໌ລີລາວ ໂຊກັງຟູຄວ້າແຊ້ມ ທີ່ ສປ ຈີນ ຈາກ 60 ກວ່າປະເທດເຂົ້າຮ່ວມ


ຊົມເຊີຍ ທ່ານ ອາຈານ ເຕີ້ (ຊື່ເຜົ່າມົ້ງແມ່ນ TawbKoj TsisTxawj Dhuav.) ຕາງໜ້າ ສປປລາວ ແລະ ເຜົ່າມົ້ງສາມາດເອົາຄວ້າແຊ້ມ ການແຂ່ງຂັນກິລາ ZhengZhou international Shaolin wushu festival (ລາຍການແຂ່ງຂັນກັງຟູ ເຊົ້າຫຼິນ ບໍ່ວ່າຈະເປັນ ມວຍວູຊູ ແລະ ໄທຈິ ທີ່ເປັນມວຍລະດັບຕົ້ນໆຂອງ ສປ ຈີນ) ໃນປະເພດດ່ຽວ ໃນລາຍການທີ 1 ເຮັດໃຫ້ຄວ້າຫຼຽນຄຳໄປຄອງ ເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ທີ່ ສປ ຈີນ.


ສໍາລັບ ລາຍການດັ່ງກ່າວ ມີ 65 ປະເທດເຂົ້າຮ່ວມຈັດຂຶ້ນລະຫວ່າງວັນທີ 20-24 ຕຸລາ 2018 ທີ່ວັດເຊົາຫຼິນ ໃນສປ ຈີນ ເຊິ່ງອາຈານ ເຕີ້ (ສາຍາ ບູດສ໌ລີລາວ ຫຼື Bruce Lee Hmong) ໄດ້ຂຶ້ນສະແດງໃນພິທີເປີດ ແລະ ລົງແຂ່ງຂັນໄດ້ຢ່າງໜ້າປະທັບໃຈ ກ່ອນຈະຄວ້າຫຼຽນຄໍາໄປຄອງ ໃນລາຍການທີ 1.

ຢ່າງໃດກໍ່ຕາມ ອາຈານ ເຕີ ຈະລົງແຂ່ງຂັນລາຍການທີ 2 ໃນອີກມື້ທີ່ເຫຼືອ ເປັນແນວໃດພວກເຮົາຈະລາຍງານໃຫ້ຊາບພາຍຫຼັງເດີ້




















ຂໍຂອບໃຈທີມາ: www.sportsupdate.org
Ad