Top Ad

header ads

ສະເທືອນ! ສານຈີນຕັດສິນຢຶດຊັບ-ຈຳຄຸກຕະຫຼອດຊີວິດ ອະດີດປະທານໄອຍະການຊຽງໄຮ ເຫດຮັບສິນບົນ 74 ລ້ານຢວນ


ມື້ນີ້ (25 ຕຸລາ 2018) ສານປະຊາຊົນກາງນະຄອນໜານໜິງ ເຂດປົກຄອງຕົນເອງກວ່າງຊີຈ້ວງ ໄດ້ຕັດສິນລົງໂທດຕັດອິດສະລະພາບຕະຫຼອດຊີວິດ ທ່ານ ເສິນຊວີ່ ອະດີດເລຂາທິການພັກ ແລະ ປະທານໄອຍະການປະຈຳສຳນັກງານໄອຍະການປະຊາຊົນຊຽງໄຮ້ ໃນຄະດີຮັບສິນບົນ. ນອກຈາກນີ້ ຍັງຖືກຕັດສິນໃຫ້ຖືກຕັດສິດທາງການເມືອງຕະຫຼອດຊີວິດ, ຢຶດຊັບສິນສ່ວນບຸກຄົນ ລວມທັງຊັບສິນທີ່ໄດ້ຈາກການຕິດສິນບົນທັງໝົດໃຫ້ຕົກເປັນຂອງແຜ່ນດິນ.
ສຳນັກຂ່າວຊິນຫົວຂອງລາຍງານວ່າ ຈາກການກວດສອບພົບວ່າ ໃນໄລຍະປີ 2003-2014, ຈຳເລີຍ ເຊິ່ງກໍຄືທ່ານ ເສິນຊວີ່ ໄດ້ໃຊ້ຕຳແໜ່ງໜ້າທີ່ຂອງຕົນ ເຊັ່ນ: ຮອງເລຂາທິການຄະນະກຳມະການກົມການເມືອງພັກກອມມູນິດຈີນ ປະຈຳຊຽງໄຮ, ເລຂາທິການພັກກອມມູນິດປະທຳເທດສະບານນະຄອນຊຽງໄຮ ແລະ ໄອຍະການສູງສຸດປະຈຳສຳນັກງານໄອຍະການປະຊາຊົນຊຍງໄຮ ໂດຍບໍ່ຖືກຕ້ອງ ເພື່ອຊ່ວຍເຫຼືອໜ່ວຍງານ ແລະ ກຸ່ມຄົນທີ່ກ່ຽວຂ້ອງກັບຕົນໃນການດຳເນີນວຽກງານຕ່າງໆ ເຊັ່ນ: ການເຮັດສັນຍາໂຄງການວິສະວະກຳ, ການຈ້າງງານ ແລະ ອື່ນໆ.
ນອກຈາກນີ້ ໃນປີ 2000-2015, ຜູ້ກ່ຽວຍັງໄດ້ຮັບຊັບສິນຂອງຜູ້ອື່ນທັງທາງກົງ ແລະ ທາງອ້ອມ ຜ່ານທາງຍາດພີ່ນ້ອງຂອງຕົນເອງ ລວມເປັນເງິນທັງໝົດ 74.23 ລ້ານຢວນ ຫຼື ປະມານ 91.3 ຕື້ກີບ, ຊິນຫົວລະບຸ.
ສານປະຊາາຊົນກາງນະຄອນໜານໜິງ ກ່າວວ່າ ທ່ານ ເສິນຊວີ່ ເປັນຫົວໜ້າເຈົ້າໜ້າທີ່ລັດຖະບານຝ່າຍຕຸລາການ ແຕ່ຊໍ້າພັດໃຊ້ຶຳນາດໃນທາງທີ່ບໍ່ຖືກຕ້ອງ ແລະ ຮັບສິນບິນຈຳນວນຫຼາຍ ສ້າງຜົນກະທົບທາງລົບຕໍ່ກັບສັງຄົມ ລວມທັງສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງປະເທດ ແລະ ປະຊາຊົນຢ່າງຮ້າຍແຮງຫຼາຍ ສົມຄວນໄດ້ຮັບການລົງໂທດຕາມກົດໝາຍ.
ແຕ່ເນື່ອງຈາກ ທ່ານ ເສິນຊວີ່ ໃຫ້ການຮັບສາລະພາບ ໂດຍມີການລະບຸຄວາມຈິງກ່ຽວກັບບາງພຶດຕິກຳການຮັບສິນບົນທີ່ໜ່ວຍງານຜູ້ກວດສອບຍັງບໍ່ໄດ້ຫຼັກຖານ ຕະຫຼອດຈົຮສະແດງຄວາມສຳນຶກຜິດຂອງຕົນເອງຢ່າງຈິງຈັງ ພ້ອມທັງໃຫ້ຄວາມຮ່ວມມືໃນການຄືນຊັບສິນທີ່ກ່ຽວຂ້ອງທັງໝົດແລ້ວ ຈຶ່ງຕັດສິນລົງໂທດສະຖານເບົາຕາມທີ່ໄດ້ກ່າວໄປແລ້ວໃນຂ້າງຕົ້ນ.
ຂໍຂອບໃຈ
ຂໍ້ມູນ : China Xinhua News ແລະ Muan.la
Ad