Top Ad

header ads

ຮູ້ໄວ້! 7 ຂໍ້ຈະລາຈອນ ທີ່ຄົນລາວຫຼາຍຄົນບໍ່ຮູ້ໂຕວ່າກຳລັງເຮັດຜິດຢູ່!


ໜຶ່ງໃນສາເຫດຂອງການເສຍຊີວິດຈາກອຸບັດເຫດກໍຄື ການລະເມີດກົດຈະລາຈອນ ເຊິ່ງເກີດຈາກທັງທີ່ຮູ້ຕົວ ແລະ ບໍ່ຮູ້ຕົວວ່າເຮັດຜິດຢູ່.
ຂໍສະຫຼຸບການຜິດກົດຈະລາຈອນຫຼັກໆ ທີ່ພົບການກະທຳຜິດເລື້ອຍໆຈົນຊິນຕາ 7 ຂໍ້ດັ່ງຕໍ່ໄປນີ້:
ຂັບຂີ່ລົດຈັກໂດຍບໍ່ໃສ່ໝວກກັນກະທົບ
ຂໍ້ນີ້ເປັນສິ່ງທີ່ພົບເຫັນໄດ້ໂດຍທົ່ວໄປ ເຊິ່ງອັນຕະລາຍຈະເພີ່ມຂຶ້ນເປັນຫຼາຍເທົ່າເມື່ອເກີດອຸບັດເຫດ ແລະ ບໍ່ໃສ່ໝວກກັນກະທົບ. ທັງນີ້ ກົດຈະລາຈອນຂອງລາວກຳນົດໃຫ້ການທີ່ຜູ້ຂັບ ຫຼື ຜູ້ຊ້ອນທ້າຍບໍ່ໃສ່ໝວກກັນກະທົບເປັນສິ່ງທີ່ຜິດ ໂດຍຈະຖືກປັບໃໝ 30,000 ກີບຕໍ່ຄັ້ງຖ້າຫາກຖືກກວດພົບ.
ຂັບລົດບໍ່ຖືກທິດທາງຈະລາຈອນ
ການຂັບລົດສວນເລນ ຫຼື ການຂັບລົດບໍ່ຖືກທິດທາງການຈະລາຈອນ ຫຼື ບໍ່ຖືກຕາມຊ່ອງຈະລາຈອນທີ່ອະນຸຍາດເປັນສິ່ງທີ່ຜິດກົດຈະລາຈອນເຊັ່ນກັນ ເຮົາສາມາດພົບເຫັນໄດ້ຕາມທາງແຍກ ທີ່ມັກມີຄົນຂັບລົດຈັກຂ້າມທາງໂດຍລຽບໄປຕາມແຄມທາງກໍ້າຊ້າຍມື ຫຼື ຂັບລົດສວນເລນ ເນື່ອງຈາກຄ້ານໄປລ້ຽວກັບຢູ່ຈຸດທີ່ກຳນົດ. ຜູ້ທີ່ລະເມີດກົດລະບຽບຂໍ້ນີ້ ຈະຖືກປັບໃໝສູງສຸດເຖິງ 100,000 ກີບ ສຳລັບລົດບັນທຸກ 10 ລໍ້ຂຶ້ນໄປ, 40,000 ກີບສຳລັບລົດເບົາ ແລະ 30,000 ກີບ ສຳລັບລົດຈັກ.
ຈອດລົດທັບທາງມ້າລາຍ
ດຳລັດວ່າດ້ວຍ ການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ສະບັບປີ 2016 ກຳນົດວ່າ ຜູ້ຂັບຂີ່ຜູ້ໃດຫາກຢຸດລົດທັບ ຫຼື ກາຍເສັ້ນໝາຍຢຸດ ຫຼື ເສັ້ນມ້າລາຍ ຈະຖືກປັບໃໝຕາມປະເພດລົດຄື: ລົດຖີບ-ລົດສາມລໍ້ 10,000 ກີບ, ລົດຈັກ 20,000 ກີບ, ລົດ 3 ລໍ້ຕິດເຄື່ອງຈັກ 40,000 ກີບ, ລົດ 4 ລໍ້ທຸກປະເພດ 50,000 ກີບ, ລົດ 6 ລໍ້ທຸກປະເພດ 60,000 ກີບ ແລະ ລົດບັນທຸກ 10 ລໍ້ຂຶ້ນໄປ-ລົດໂດຍສານ 100,000 ກີບ.
ບໍ່ປ່ອຍໃຫ້ລົດໃນວົງວຽນໄປກ່ອນ

ຕາມແລ້ວ ເມື່ອຜູ້ຂັບຂີ່ຂັບລົດມາຮອດວົງວຽນ ຕ້ອງໃຫ້ສິດກັບຜູ້ຂັບຂີ່ທີ່ຢູ່ໃນວົງວຽນດ້ານຊ້າຍຂອງຕົນຂັບຜ່ານໄປກ່ອນ. ແຕ່ໃນປັດຈຸບັນ ວົງວຽນກາຍເປັນແຍກວັດໃຈ ໂດຍສະເພາະວົງວຽນທີ່ມີລົດຂັບຜ່ານເປັນຈຳນວນຫຼາຍ ມັກພົບເຫັນລົດໃນວົງວຽນຖືກຕັດໜ້າເປັນປະຈຳ ແບບວ່າໃຜໄວກ່ອນກໍໄດ້ໄປກ່ອນ ເຊິ່ງຕາມກົດລະບຽບແລ້ວ ຖ້າກວດພົບອາດມີການປັບໃໝສູງສຸດເຖິງ 200,000 ກີບ.
ໃຊ້ໂທລະສັບມືຖືໃນຂະນະຂັບລົດ
ເຂົ້າໃຈວ່າອຸປະກອນມືຖື ໂດຍສະເພາະສະມາດໂຟນຕ່າງໆເກືອບວ່າຈະກາຍເປັນອະໄວຍະວະສ່ວນໜຶ່ງຂອງຄົນໃນສະໄໝນນີ້ແລ້ວ ແຕ່ຄົງຈະດີກວ່ານີ້ຫາກຜູ້ຂັບຂີ່ຮູ້ຈັກແບ່ງເວລາ ແລະ ໃສ່ໃຈຄວາມປອດໄພຂອງຕົນເອງ ແລະ ຄົນອື່ນໂດຍບໍ່ໃຊ້ອຸປະກອນເຫຼົ່ານັ້ນໃນເວລາທີ່ຂັບລົດຢູ່ ໂດຍຕາມກົດລະບຽບ ແມ່ນຈະຖືກປັບໃໝສູງສຸດເຖິງ 300,000 ກີບ ຖ້າຫາກມີການກວດພົບ.
ການຂັບລົດຮຽງກັນ
ເລີກຮຽນ ຫຼື ເລີກວຽກມາ ບາງຄົນອາດຈະຢາກເມືອເຮືອນພ້ອມກັບໝູ່ ແລະ ຂັບລົດລົມກັນໄປຕາມທາງ ໂດຍສະເພາະຜູ້ທີ່ຂັບຂີ່ລົດຈັກ ໂດຍບໍ່ໄດ້ຮູ້ວ່າທີ່ເຮັດກັນຢູ່ນັ້ນເປັນສິ່ງທີ່ຜິດກົດລະບຽບຈະລາຈອນ! ກົດລະບຽບດັ່ງກ່າວລະບຸວ່າ ຫ້າມບໍ່ໃຫ້ຂັບຂີ່ລົດຮຽງກັນເປັນໜ້າກະດານເກີນ 2 ຄັນຂຶ້ນໄປ ເຊິ່ງຖ້າລະເມີດຈະຖືກປັບໃໝຕາມແຕ່ລະປະເພດລົດ ໂດຍມີອັດຕາປັບໃໝສູງສຸດຢູ່ທີ່ 70,000 ກີບ.
ຂັບລົດໄວເກີນກຳນົດ
ຍິ່ງຂັບໄວ ຍິ່ງໄປຮອດໄວ ຄິດແບບນີ້ແມ່ນບໍ່? ແຕ່ຢ່າລືມວ່າກົດໝາຍໄດ້ກຳນົດໃຫ້ຜູ້ຂັບສາມາດໃຊ້ຄວາມໄວຕາມແຕ່ລະເຂດໄດ້ເທົ່າໃດ ຄື: ເສັ້ນທາງໃນຕົວເມືອງ ຫ້າມເກີນ 40 ກິໂລແມັດຕໍ່ຊົ່ວໂມງ ແລະ ໃນເຂດນອກຕົວເມືອງ ບໍ່ໃຫ້ເກີນ 70-90 ກິໂລແມັດຕໍ່ຊົ່ວໂມງ ແລະ ຕ້ອງປະຕິບັດຕາມປ້າຍກຳນົດຄວາມໄວຂ້າງທາງກຳນົດໄວ້. ເພາະຫາກເກີນກວ່າທີ່ກຳນົດແລ້ວ ອາດຖືກປັບໄໝສູງສຸດຕາມປະເພດລົດເຖິງ 50,000 ກີບ.
ຮູ້ແບບນີ້ແລ້ວ ລອງຫັນມາປັບປ່ຽນພຶດຕິກຳການຂັບຂີ່ຂອງຕົນເອງ ບໍ່ໃຫ້ເຜີກະທຳຜິດລະບຽບກົດໝາຍຢ່າງບໍ່ຮູ້ຕົວຈະດີກວ່າ.

ຂໍຂອບໃຈທີ່ມາ: Muan.la
Ad